ບາຣຊ້າ ຊະນະ ຣຽວ ໂຊເຊຍແດັດ 10 ຄົນ ຫວຸດວິດ 1-0 ເຂົ້າຮອບ 4 ທີມສຸດທ້າຍ ໂຄປ້າ ເດວເຣ ສ່ວນ ເຊບີຢ້າ ຕົກຮອບ!

ການແຂ່ງຂັນເຕະບານ ໂຄປ້າ ເດວເຣ ແອັສປາຍ ຮອບ 8 ທີມສຸດທ້າຍ, ຄືນວັນທີ 25 ມັງກອນຜ່ານມາ, ບາຣເຊໂລນ້າ ແຊ້ມສູງສຸດ 31 ສະໄໝ ເປີດບ້ານເອົາຊະນະ ຣຽວ ໂຊເຊຍແດັດ ທີ່ເຫລືອຜູ້ຫລິ້ນ 10 ຄົນຕັ້ງແຕ່ນາທີ 40′ ແບບຫວຸດວິດ 1-0 ທີມຢາມໄດ້ບັດແດງໂດຍ ບຣາອິສ ເມັນເດັຊ ວາງດຸມໃສ່ ເຊີຈີ້ ບຸສເກັສ ຈາກນັ້ນເຄິ່ງຫລັງ ບາຣຊ້າ ມາໄດ້ປະຕູໄຊຈາກ ອຸສມານ ເດັມເບເຣ່ ນາທີ 52′.

ບາຣຊ້າ ຟອມດີຕໍ່ເນື່ອງ ຄວ້າໄຊ 7 ນັດລວດ ແລະ ຍັງບໍ່ເສຍໃນ 13 ນັດຫລັງສຸດລວມທຸກລາຍການ ໃນນີ້ ຊະນະ 12 ສະເໝີ 1 ແລະ ຍັງບໍ່ເສຍໃຫ້ ຣຽວ ໂຊເຊຍແດັດ 17 ນັດຫລັງສຸດທີ່ພົບກັນ ຊະນະ 14 ສະເໝີ 3 ເຂົ້າສູ່ຮອບ 4 ທີມສຸດທ້າຍຕໍ່ໄປ ຍັງມີລຸ້ນທຸກແຊ້ມໃນລະດູການນີ້. ຂະນະທີ່ ເຊບີຢ້າ ອະດີດແຊ້ມ 5 ສະໄໝ ບຸກເສຍໃຫ້ ໂອຊາຊູນ້າ 1-2 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 1-1.

ສຳລັບຄືນນີ້ ຈະມີແຂ່ງຂັນອີກສອງຄູ່ໃນຮອບ 8 ທີມສຸດທ້າຍ: ບາເລັນເຊຍ ຮອງແຊ້ມລະດູການຜ່ານມາ ພົບ ແອັດເລຕິກ ບິວເບົາ ແຊ້ມ 23 ສະໄໝ ເວລາ 2:00 ແລະ ຣຽວ ມາດຣິດ ແຊ້ມ 19 ສະໄໝ ຈະເປີດບ້ານພົບກັບເພື່ອນຮ່ວມເມືອງ ແອັດມາດຣິດ ແຊ້ມ 10 ສະໄໝ ເວລາ 3:00.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *