ແມນຢູ ບຸກຊະນະ ນັອດຕິ້ງແຮມ 3-0 ຄາຣາບາວຄັບ ຮອບ 4 ທີມສຸດທ້າຍ ນັດທີ 1

ການແຂ່ງຂັນເຕະບານ ຄາຣາບາວຄັບ ຫລື ລີກຄັບ ອັງກິດ ຮອບ 4 ທີມສຸດທ້າຍ ນັດທີ 1 ຄູ່ທີສອງ, ແມນເຊັສເຕີ ຢູໄນເຕັດ ແຊ້ມ 5 ສະໄໝ ບຸກຊະນະ ນັອດຕິ້ງແຮມ ຟໍເຣັສ ອະດີດແຊ້ມ 4 ສະໄໝ 3-0 ຈາກປະຕູຂອງ ມາຣຄັສ ຣາຊຟອດ ນາທີ 6′, ເວົ້າ ເວັກຮັອສ ສູນໜ້າໃໝ່ນາທີ 45′ ເປັນປະຕູທຳອິດກັບທີມ ແລະ ປິດທ້າຍຈາກ ບຣູໂນ້ ແຟນັນເດັຊ ນາທີ 89′.

ແມນຢູ ຍັງບໍ່ເສຍໃຫ້ ນັອດຕິ້ງແຮມ ຟໍເຣັສ ຕັ້ງແຕ່ເສຍຫລ້າສຸດປີ 1994 ແລະ ຄອງຄວາມໄດ້ປຽບຫລາຍສົມຄວນ ກ່ອນນັດທີສອງ ຈະກັບໄປແຂ່ງຂັນຢູ່ ໂອນແທັຟຟອດ ວັນທີ 1 ກຸມພາທີ່ຈະມາເຖິງນີ້.

Photo: Manchester United

Leave a Reply

Your email address will not be published. Required fields are marked *