ການແຂ່ງຂັນເທັນນິສ ແກຣນສະແລມທຳອິດຂອງປີ Australian Open 2023 ທີ່ນະຄອນເມວເບິນ ປະເທດອົດສະຕຣາລີ ລະຫວ່າງວັນທີ 16–29 ມັງກອນນີ້ ຊິງເງິນລາງວັນລວມ 76,500,000 ໂດລາອົດສະຕຣາລີ.
ປະເພດຊາຍດ່ຽວ: ຮອບ 8 ຄົນສຸດທ້າຍ ສະເຕຟານັອສ ຊິດຊີປັສ ມື 3 ຂອງລາຍການ ຈາກເກຣັກ ຊະນະ ຈີຣີ້ ເລເຮັກກ້າ ດາວເດັ່ນໄວ 21 ປີ ຈາກສາທາລະນະລັດເຊັກ ອັນດັບ 71 ຂອງໂລກ 3-0 ເຊັດ: 6–3, 7–6(7–2), 6–4 ຊິດຊີປັສ ເຂົ້າຮອບ 4 ຄົນສຸດທ້າຍ Australian Open ເປັນປີທີ 3 ຕິດຕໍ່ກັນ ໄປພົບກັບ ຄາເຣນ ຄາຊານັອຟ ມື 18 ຂອງລາຍການ ຈາກຣັດເຊຍ ທີ່ຊະນະ ເຊບັສຕຽນ ຄໍດ້າ ມື 29 ຈາກອາເມຣິກາ ແບບບໍ່ຄົບເຊັດ, ສອງເຊັດທຳອິດ ຄາຊານັອຟ ຊະນະກ່ອນ 7–6(7–5) ແລະ 6–2, ມາເຊັດທີສາມ ຄາຊານັອຟ ຂຶ້ນນຳ 3–0 ຄໍດ້າ ເຈັບຂໍ້ມື ຂໍຖອນຕົວ ເຮັດໃຫ້ ຄາຊານັອຟ ເຂົ້າຮອບຮອງຊະນະເລີດລາຍການນີ້ຄັ້ງທຳອິດ.
ປະເພດຍິງດ່ຽວ ຮອບ 8 ຄົນສຸດທ້າຍ: ວິກຕໍເຣຍ ອາຊາເຣັນກ້າ ມື 24 ຂອງລາຍການ ຈາກເບລາຣຸສ ອະດີດແຊ້ມ 2 ສະໄໝ ຊະນະ ເຈັສຊີກ້າ ເປລູກ້າ ມື 3 ຂອງລາຍການ ຈາກອາເມຣິກາ 2-0 ເຊັດ: 6–4, 6–1 ຮອບ 4 ຄົນສຸດທ້າຍ ໄປພົບກັບ ເອເລນ້າ ໄຣບາກີນ້າ ມື 22 ຂອງລາຍການ ຈາກຄາຊັກສະຖານ ແຊ້ມວິມເບີດັນ ປີຜ່ານມາ ທີ່ເອົາຊະນະ ເຢເລນ້າ ອັອສຕາເປັນໂກ້ ມື 17 ຈາກລັດວີ້ 2-0 ເຊັດ: 6–2, 6–4.
Photo: AUS Open