ບາເຢິນ ຍັງບໍ່ຊະນະຫລັງພັກປີໃໝ່ ຫລ້າສຸດສະເໝີກັບ ໂຄໂລນ 1-1 ບຸນເດັສລີກ້າ

ເຕະບານ ບຸນເດັສລີກ້າ ເຢຍລະມັນ ນັດກາງອາທິດ ຄືນວັນອັງຄານທີ 24 ມັງກອນຜ່ານມາ, ທັບເສືອໃຕ້ ບາເຢິນ ມິວນິກ ຟອມສະດຸດຕໍ່ເນື່ອງ ເປີດບ້ານໄລ່ຕີສະເໝີ ໂຄໂລນ 1-1 ທີມຢາມໄດ້ປະຕູນຳກ່ອນຕົ້ນເກມຈາກ: ເອວເຢັສ ຊາກີຣີ້ ນາທີ 4′ ບາເຢິນ ມາທວງປະຕູຄືນທ້າຍເກມ ນາທີ 90′ ຈາກ: ໂຈຊົວ ຄິມມິກ. ບາເຢິນ ຍັງບໍ່ຊະນະຫລັງພັກປີໃໝ່ກັບມາແຂ່ງຂັນ ຈົບດ້ວຍຜົນສະເໝີທັງສອງນັດ.

ຜົນຄູ່ອື່ນ: ໄລຊິກ ບຸກຊະນະ ຊາວເກ້ 6-1, ຮັອຟເຟັນຮາມ ສະເໝີກັບ ສະຕຸດກ໊າດ 2-2 ແລະ ໂວຟບວກ ບຸກຊະນະ ແຮທ້າ ເບີລິນ 5-0. ບາເຢິນ ຍັງເປັນຜູ້ນຳຕໍ່ໄປ ມີ 36 ຄະແນນຈາກ 17 ນັດ, ນຳ ໄລຊິກ ອັນດັບສອງ 4 ຄະແນນ.

ຄືນນີ້ ມີແຂ່ງຂັນ 5 ຄູ່: ມາຍ ພົບ ດັອດມຸນ ເວລາ 00:30, ເບຣເມັນ ພົບ ຢູນ້ຽນ ເບີລິນ ເວລາ 2:30 ພ້ອມກັບ ເລເວີຄູເຊັນ ພົບ ໂບຄຸ້ມ, ໄຟຣບວກ ພົບ ແຟັງເຟີດ ແລະ ເອົ້າບວກ ພົບ ກັດບັກ.

Photo: FC Bayern München

Leave a Reply

Your email address will not be published. Required fields are marked *