ເຕະບານ ເຊຣີອາ ອີຕາລີ ຄືນວັນອັງຄານທີ 24 ມັງກອນຜ່ານມາ ໜຶ່ງຄູ່: ປີສາດແດງດຳ ເອຊີ ມິລານ ຟອມຕົກຕໍ່ເນື່ອງ ບຸກເສຍໃຫ້ ລາຊີໂອ້ 0-4 ທັບອິນຊີຟ້າຂາວໄດ້ປະຕູຈາກ: ເຊີເກ້ ມິລິນໂຄວິກ ຊາວິກ ນາທີ 4′, ມາເຕຍ ຊັກຄານີ້ ນາທີ 38′, ລຸຍ ອາວແບໂຕ້ ສັງຫານຈຸດໂທດນາທີ 67′ ແລະ ປິດທ້າຍຈາກ ຟີລິບເປ້ ແອນເດີສັນ ນາທີ 75′.
ມິລານ ຍັງບໍ່ຊະນະໃນ 5 ນັດຫລັງສຸດ ເສຍ 3 ສະເໝີ 2 ມີ 38 ຄະແນນຈາກ 19 ນັດ ຍັງຢູ່ອັນດັບສອງ ຕາມຫລັງ ນາໂປລີ ທີມນຳ 12 ຄະແນນ, ຂະນະທີ່ ລາຊີໂອ້ ຢູ່ອັນດັບ 3 ແຂ່ງ 19 ນັດ ມີ 37 ຄະແນນເທົ່າກັບ ອິນເຕີ ແລະ ໂຣມ້າ. ນັດຕໍ່ໄປ ມິລານ ຈະເປີດບ້ານພົບກັບ ຊັສຊູໂລ້ ວັນທີ 29 ມັງກອນນີ້, ສ່ວນ ລາຊີໂອ້ ຈະເປີດບ້ານພົບກັບ ຟິອໍເຣນຕິນ້າ ໃນວັນດຽວກັນ.
Photo: S.S. Lazio