ການແຂ່ງຂັນເຕະບານ ຄາຣາບາວຄັບ ຫລື ລີກຄັບ ອັງກິດ ຮອບ 4 ທີມສຸດທ້າຍ ນັດທີ 1 ຄູ່ທີໜຶ່ງ ເຊົາແທ່ມຕັນ ເປີດບ້ານເສຍໃຫ້ ນິວຄາສເຊິນ ຢູໄນເຕັດ 0-1 ທີມຢາມໄດ້ປະຕູໄຊຈາກ: ໂຈລິນຕັນ ນາທີ 73′, ເຮັດໃຫ້ ນິວຄາສເຊິນ ຄອງຄວາມໄດ້ປຽບສົມຄວນກ່ອນແຂ່ງຂັນນັດທີສອງ ວັນທີ 31 ມັງກອນນີ້ ທີ່ບ້ານຂອງ The Magpies ແລະ ລຸ້ນເຂົ້າຊິງບານຂັນຄັ້ງທຳອິດໃນຮອບເກືອບ 24 ປີ ຕໍ່ຈາກ ເອຟເອຄັບ ໃນປີ 1999.
ສ່ວນຄືນນີ້ ເປັນຮອບ 4 ທີມສຸດທ້າຍ ນັດທີ 1 ຄູ່ທີສອງ ນັອດຕິ້ງແຮມ ຟໍເຣັສ ຈະເປີດບ້ານພົບກັບ ແມນເຊັສເຕີ ຢູໄນເຕັດ ເວລາ 3:00.
Photo: Newcastle United