ງານລ້ຽງຕ້ອນຮັບເຈົ້າໜ້າທີ່ ແລະ ຄະນະນັກກິລາທີ່ເຂົ້າຮ່ວມການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບ

ງານລ້ຽງຕ້ອນຮັບຄັ້ງນີ້ ຈັດຂຶ້ນທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສືກສາທິການ ແລະ ກິລາ ພ້ອມດ້ວຍການນຳຂັ້ນສູງຂອງ ສປປ ລາວ, ມີຮອງປະທານສະຫະພັນກິລາປິ່ງປ່ອງອາຊີ, ບັນດາທ່ານທູດ, ຜູ້ໃຫ້ການສະໜັບສະໜູນ ລວມທັງ ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳຄູຝຶກ ແລະ ນັກກິລາຈາກ 17 ປະເທດ ເຂົ້າຮ່ວມ.

ການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ເປັນຄັ້ງທຳອິດ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ເລີ່ມທຳການແຂ່ງຂັນຢ່າງເປັນທາງການໃນວັນທີ 1 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ໂດຍມີນັກກິລາ 165 ຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມຄື: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ, ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ, ຊິງໄຊທັງໝົດ 11 ລາຍການເຊັ່ນ: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ສະເພາະລາວເຮົາ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ຄົນ ໂດຍໄດ້ສິດທິພິເສດໃນນາມເຈົ້າພາບ ສາມາດສົ່ງແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ເຊິ່ງຄັ້ງນີ້ ພວກເຮົາຂາດນັກກິລາພຽງປະເພດຍິງດ່ຽວ U19 ສ່ວນອີກ 10 ລາຍການ ສົ່ງເຂົ້າຮ່ວມທັງໝົດ. ສຳລັບ 10 ລາຍການ ທີ່ນັກກິລາປິ່ງປ່ອງລາວເຂົ້າຮ່ວມມີ: U19 ປະເພດຊາຍ 5 ຄົນ, U15 ປະເພດຊາຍ 6 ຄົນ ແລະ U15 ປະເພດຍິງ 5 ຄົນ.

ໃນໂອກາດງານລ້ຽງຕ້ອນຮັບເຈົ້າໜ້າທີ່ ແລະ ຄະນະນັກກິລາ ຄັ້ງນີ້ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ທີ່ສະຫະພັນກິລາປິ່ງປ່ອງອາຊີ, ອາຊຽນ ແລະ ບັນດາປະເທດສະມາຊິກ ທີ່ໄວ້ວາງໃຈໃຫ້ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຊົມເຊີຍຄະນະຮັບຜິດຊອບຈັດງານ ທີ່ເປັນເຈົ້າການໃນການກະກຽມຄວາມພ້ອມດ້ານຕ່າງໆ ແລະ ການເປັນເຈົ້າພາບທີ່ດີ ພ້ອມກັນນີ້ ກໍຊົມເຊີຍການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລວມທັງ ຜູ້ໃຫ້ການອຸປະຖຳ ສະໜັບສະໜູນ, ຕະຫລອດໄລຍະທີ່ຜ່ານມາ ລັດຖະບານລາວ ຍາມໃດກໍເຫັນໄດ້ເຖິງຄວາມສຳຄັນຂອງວຽກງານກິລາ-ກາຍະກຳ ເພື່ອຊຸກຍູ້ໃຫ້ເຍົາວະຊົນ-ໄວໜຸ່ມ ແລະ ສັງຄົມ ມີສຸຂະພາບທີ່ສົມບູນແຂງແຮງ, ອວຍພອນໃຫ້ງານຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ຢ່າງຈົບງາມ ແລະ ກ່າວໃຫ້ກຳລັງໃຈຄະນະຄູຝຶກ ແລະ ນັກກິລາທຸກຄົນ ໃຫ້ສູ້ສຸດຄວາມສາມາດ, ມີນໍ້າໃຈນັກກິລາ ແລະ ຮັກແພງສາມັກຄີ, ຕັ້ງໃຈບຸກບືນພັດທະນາສືມື ຄວາມສາມາດຂອງຕົນເອງໃຫ້ດີຂຶ້ນເທື່ອລະກ້າວ.

ສຳລັບການແຂ່ງຂັນກິລາປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງນີ້ ນອກຈາກນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ. ນັກກິລາທີ່ໄດ້ແຊ້ມ ແລະ ຮອງແຊ້ມ ປະເພດຍິງດ່ຽວ, ຊາຍດ່ຽວ U15 ແລະ U19 ລວມທັງ ແຊ້ມປະເພດທີມຍິງ, ທີມຊາຍ U15 ແລະ U19 ໃນລາຍການນີ້ ຈະໄດ້ສິດເຂົ້າຮ່ວມແຂ່ງຂັນປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ຊິງແຊ້ມໂລກ (World Youth 2022).

ຂໍເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ເພື່ອໃຫ້ງານຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ ເຊິ່ງການແຂ່ງຂັນຈະດຳເນີນເປັນເວລາ 6 ວັນຄື: ວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

Photo: Lar Creators

Leave a Reply

Your email address will not be published. Required fields are marked *