ອາຣເຊນໍລ ມອບເສື້ອໝາກເລກ 15 ໃຫ້ກອງຫລັງໃໝ່ຊາວໂປໂລຍ ຄີວີອໍ

ທັບປືນໃຫຍ່ ອາຣເຊນໍລ ເປີດໂຕ ຈາຄຸບ ຄີວີອໍ ກອງຫລັງຄວາມສູງ 189 ຊັງຕີແມັດ ໄວ 22 ປີ ທີມຊາດໂປໂລຍ ທີ່ຊື້ມາຈາກ ສະເປເຊຍ ທີມໃນ ເຊຣີອາ ອີຕາລີ ດ້ວຍຄ່າໂຕ 20 ລ້ານເອີໂຣ ເຊັນສັນຍາເຖິງປີ 2027 ຮັບເສື້ອໝາກເລກ 15.

ຈາຄຸບ ຄີວີອໍ ເປັນນັກເຕະຄົນທີສອງທີ່ ອາຣເຕຕ້າ ໄດ້ມາເສີມທັບໃນເດືອນມັງກອນນີ້ ຕໍ່ຈາກ ລີນໂດ ທຣໍຊ໊າດ ຕົວບຸກທີມຊາດແບນຊິກ ທີ່ຊື້ມາຈາກໄບຣຕັ້ນ 21 ລ້ານປອນ.

ຂະນະທີ່ ແມນຊິຕີ້ ໄດ້ ແມັກຊີໂມ້ ເປີໂຣເນ່ ກອງກາງດາວເດັ່ນ ໄວ 20 ປີ ຊາວອາກຊັງຕິນ ຈາກເວເຣັຊ ຊາຟິວ ທີມຊັ້ນນຳໃນລີກສູງສຸດຂອງອາກຊັງຕິນ ດ້ວຍຄ່າໂຕ 8 ລ້ານປອນ ເຊັນສັນຍາ 5 ປີເຄິ່ງ.

Photo: Arsenal, Manchester City

Leave a Reply

Your email address will not be published. Required fields are marked *