ການແຂ່ງຂັນດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ເປີດສາກທາງການ ວັນທີ 1 ກັນຍານີ້ ມີນັກກິລາເຂົ້າຮ່ວມ 350 ກວ່າຄົນ

ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ໄດ້ທຳການແຂ່ງຂັນໃນຕອນເຊົ້າວັນທີ 1 ກັນຍານີ້ ທີ່ສະໂມສອນດອກປີກໄກ່ເສດຖາ ເດີ່ນກິລາບຶງຂະຫຍອງ ນະຄອນຫລວງວຽງຈັນ ແລະ ໃນຕອນແລງໄດ້ຈັດພິທີເປີດການແຂ່ງຂັນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ, ປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດ ພ້ອມດ້ວຍຄະນະຈັດການແຂ່ງຂັນ, ຜູ້ໃຫ້ການສະໜັບສະໜູນ.

ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ທັງນີ້ ເພື່ອສ້າງຂະບວນການສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ພ້ອມກັນນີ້ ກໍເປັນການສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ເປີດໂອກາດໃຫ້ນັກກິລາໄດ້ທົດສອບສີມື, ທັກສະ, ຄວາມສາມາດ ແລະ ຄັດເລືອກນັກກິລາດີເດັ່ນເປັນນັກກິລາທີມຊາດໃນແຕ່ລະຮຸ່ນອາຍຸ.

ການແຂ່ງຂັນເທື່ອນີ້ ເບື້ອງຕົ້ນມີ 13 ລາຍການ ແລະ ຕັດຮອນໃຫ້ເຫລືອ 11 ລາຍການ ເນື່ອງຈາກປະເພດຍິງດ່ຽວ ຮຸ່ນອາຍຸບໍ່ເກີນ 15 ປີ ແລະ 18 ປີ ບໍ່ໄດ້ຕາມເງື່ອນໄຂຈັດການແຂ່ງຂັນ, ສຳລັບ 11 ລາຍການທີ່ທຳການແຂ່ງຂັນໃນຄັ້ງນີ້ ປະກອບມີ ຮຸ່ນເຍົາວະຊົນ ມີ 4 ລາຍການຄື: ຍິງດ່ຽວ, ຊາຍດ່ຽວ ອາຍຸບໍ່ເກີນ 12 ປີ, ຊາຍດ່ຽວ ອາຍຸບໍ່ເກີນ 15 ປີ ແລະ ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, ລະດັບໄວໜຸ່ມ ອາຍຸບໍ່ເກີນ 18 ປີ ມີ 3 ລາຍການຄື: ຊາຍດ່ຽວ ອາຍຸບໍ່ເກີນ 18 ປີ, ຄູ່ຊາຍ ອາຍຸບໍ່ເກີນ 18 ປີ ແລະ ຄູ່ປະສົມ ອາຍຸບໍ່ເກີນ 18 ປີ. ປະເພດທົ່ວໄປ ມີ: ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ ແລະ ຄູ່ສະໝັກຫລິ້ນຊາຍທົ່ວໄປ. ໂດຍມີນັກກິລາເຂົ້າຮ່ວມ 354 ຄົນ, ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງຜ່ານມາ 10% ໂດຍມີທັງໝົດ 33 ພາກສ່ວນເຂົ້າຮ່ວມທີ່ມາຈາກບັນດາສະໂມສອນຕ່າງໆໃນທົ່ວປະເທດ ໃນນີ້ມີແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ, ອຸດົມໄຊ, ຫລວງພະບາງ, ບໍ່ແກ້ວ ແລະ ນະຄອນຫລວງວຽງຈັນ.

ການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ຈະເດີນການແຂ່ງຂັນ 4 ວັນ ວັນທີ 1-4 ກັນຍາ 2022 ນີ້ ທີ່ສະໂມສອນດອກປີກໄກ່ເສດຖາ ສະໜາມກິລາບຶງຂະຫຍອງ ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.

Photo: ໜັງສືພິມວຽງຈັນໃໝ່

Leave a Reply

Your email address will not be published. Required fields are marked *