ມາກ ອາວເລນ ຫຍັບຂຶ້ນເບີ 3 ຂອງໂລກຄັ້ງທຳອິດ ພາຍຫລັງ ຄວ້າແຊ້ມ ສະນຸກເກີ World Grand Prix 2023

ມາກ ອາວເລນ ນັກສະນຸກເກີຊາວໄອແລນເໜືອ ໄວ 36 ປີ ຫຍັບອັນດັບໂລກຂຶ້ນ 2 ອັນດັບ ມາຢູ່ເບີ 3 ຂອງໂລກຄັ້ງທຳອິດ ພາຍຫລັງ ຄວ້າແຊ້ມ ສະນຸກເກີ World Grand Prix 2023 ໃນທ້າຍອາທິດຜ່ານມາ ທີ່ເຊັວເທັນແຮມ ປະເທດອັງກິດ ດ້ວຍການຊະນະ ຈັດທຣຳ ແບບຫວຸດວິດ 10-9 ເຟຣມ ຄວ້າແຊ້ມມາຄອງເປັນສະໄໝທຳອິດ.

ອາວເລນ ມີ 759,500 ຄະແນນ, ຕາມຫລັງ ມາກ ເຊວບີ້ ອັນດັບສອງຂອງໂລກ 50,500 ຄະແນນ ແລະ ຕາມຫລັງ ຣອນນີ້ ໂອຊຸນລີແວນ ອັນດັບໜຶ່ງຂອງ 153,500 ຄະແນນ.

ຂະນະທີ່ ຈັດທຣຳ ຍັງຢູ່ອັນດັບ 4 ຂອງໂລກ ມີ 740,000 ຄະແນນ, ທີ 5 ນຽວ ໂຣເບີດສັນ ຈາກອົດສະຕຣາລີ ຕົກສອງອັນດັບ ມີ 713,500 ຄະແນນ, ທີ 6 ຈອນ ຮິກກິ້ນ ຈາກສະກັອດແລນ, ທີ 7 ມາກ ວິນລ້ຽມ ຈາກເວວ, ທີ 8 ຄີເຮນ ວິວສັນ ຈາກອັງກິດ, ທີ 9 ຈ້າວ ສິນຖົ່ງ ຈາກຈີນ ແລະ ທີ 10 ລູກ້າ ເບຣເຊວ ຈາກແບນຊິກ, ນັກສະນຸກເກີຈາກອາຊຽນທີ່ອັນດັບໂລກສູງສຸດແມ່ນ ນົບພົນ ແສງຄຳຈາກໄທ ຢູ່ທີ 32 ຂອງໂລກ.

ສຳລັບ ສະນຸກເກີລະດັບໂລກ ລາຍການຕໍ່ໄປແມ່ນ Shoot Out ຢູ່ເມືອງເລັສເຕີ ປະເທດອັງກິດ ຈະແຂ່ງຂັນວັນທີ 25–28 ມັງກອນນີ້ ຊິງເງິນລາງວັນລວມ 171,000 ປອນ.

Leave a Reply

Your email address will not be published. Required fields are marked *