ແອັສຕັນ ວິນລ້າ ເປີດໂຕ ຈອນ ດູຣານ ສູນໜ້າ ໄວ 19 ປີ ຈາກສະໂມສອນ ຊິຄາໂກ້ ໄຟເອີ ລາຄາ 18 ລ້ານປອນ

ແອັສຕັນ ວິນລ້າ ເປີດໂຕ ຈອນ ດູຣານ ສູນໜ້າ ໄວ 19 ປີ ທີມຊາດໂຄໂລມບີ ທີ່ຊື້ມາຈາກສະໂມສອນ ຊິຄາໂກ້ ໄຟເອີ ທີມໃນລີກສູງສຸດຂອງສະຫະລັດ ອາເມຣິກາ ດ້ວຍຄ່າໂຕ 18 ລ້ານປອນ ໂດຍ ວິນລ້າ ຈ່າຍກ່ອນ 14.75 ລ້ານປອນ ຖ້າຜົນງານດີຈະເພີ່ມໃຫ້ອີກ 3.3 ລ້ານປອນ.

ຈອນ ດູຣານ ຮັບເສື້ອໝາກເລກ 22 ແລະ ກາຍເປັນນັກເຕະຄົນທີສອງທີ່ຜູ້ຈັດການທີມໃໝ່ ອູໄນ ເອເມຣີ້ ໄດ້ມາເສີມທັບໃນເດືອນມັງກອນຕໍ່ຈາກ ອາເລັກ ໂມເຣໂນ້ ແບັກຊາຍຊາວແອັສປາຍ ຈາກຣຽວ ເບຕິສ 13.2 ລ້ານປອນ.

Photo: Aston Villa FC

Leave a Reply

Your email address will not be published. Required fields are marked *