ເວນ ຣູນີ້ ແລະ ເບຍຊ້າ ຕົວເຕັງຄຸມ ເອຟເວີຕັນ ແທນ ແລມພ໊າດ!

ພາຍຫລັງທີ່ ເອຟເວີຕັນ ສະໂມສອນເກົ່າແກ່ໃນອັງກິດ ປະກາດປົດ ແຟັງ ແລມພ໊າດ ອອກຈາກຕຳແໜ່ງຜູ້ຈັດການທີມ ໃນວັນທີ 23 ມັງກອນຜ່ານມາ ຫລັງພາທີມຜົນງານຕົກຕໍ່າ 10 ຫລັງສຸດບໍ່ຊະນະເລີຍ ທັງເກມລີກ, ເອຟເອຄັບ ແລະ ລີກຄັບ ເຮັດໃຫ້ ເອຟເວີຕັນ ຈົ່ມຢູ່ທ້າຍຕາຕະລາງຂອງ ພຣີເມ່ຍລີກ. ແລມພ໊າດ ມາຄຸມ ເອຟເວີຕັນ ປະມານ 1 ປີ ຄຸມທີມ 44 ນັດ ຊະນະ 12 ສະເໝີ 8 ເສຍ 24 ນັດ ສະເລ່ຍໂອກາດຊະນະຕໍ່ນັດພຽງ 27.3%.

ສ່ວນເລື່ອງຜູ້ຈັດການທີມໃໝ່ທີ່ຈະມາແທນ ແລມພ໊າດ ມີລາຍຊື່ຂອງ ເວນ ຣູນີ້ ອະດີດສູນໜ້າຂອງທີມ ປະຈຸບັນຄຸມ ດີຊີ ຢູໄນເຕັດ ທີມໃນລີກສູງສຸດຂອງອາເມຣິກາ ນອກຈາກນີ້ ກໍມີຊື່ຂອງ ມາຣເຊໂລ້ ເບຍຊ້າ ຄູຝຶກປະສົບການສູງຊາວອາກຊັງຕິນ ອະດີດຜູ້ຈັດການທີມ ລີດ ຢູໄນເຕັດ ແລະ ທີມຊາດອາກຊັງຕິນ ປະຈຸບັນນີ້ວ່າງງານ ພາຍຫລັງຖືກ ທັບນົກຍຸງທອງປົດອອກຈາກຕຳແໜ່ງໃນທ້າຍເດືອນກຸມພາ ປີ 2022, ພ້ອມກັນນີ້ ກໍມີຊື່ຂອງ ຊອນ ໄດ໋ ອະດີດຜູ້ຈັດການທີມເບີນລີ້ ທີ່ວ່າງງານເຊັ່ນດຽວກັນ.

ປະຈຸບັນ ເອຟເອີຕັນ ຢູ່ອັນດັບທີ 19 ໃນພຣີເມ່ຍລີກ ມີ 15 ຄະແນນຈາກ 20 ນັດ ຫ່າງຈາກພື້ນທີ່ປອດໄພ 2 ຄະແນນ, 2 ນັດຕໍ່ໄປ ຈະເປີດບ້ານພົບກັບ ອາຣເຊນໍລ ແລະ ໄປຢາມ ລີເວີພູລ.

Photo: Everton Football Club, Wayne Rooney

Leave a Reply

Your email address will not be published. Required fields are marked *