ໂນວັກ ຊະນະເຈົ້າພາບ 3 ເຊັດລວດ! ເຂົ້າຮອບ 8 ຄົນສຸດທ້າຍ ເທັນນິສ Australian Open 2023

ການແຂ່ງຂັນເທັນນິສ ແກຣນສະແລມທຳອິດຂອງປີ Australian Open 2023 ທີ່ນະຄອນເມວເບິນ ປະເທດອົດສະຕຣາລີ ລະຫວ່າງວັນທີ 16–29 ມັງກອນນີ້ ຊິງເງິນລາງວັນລວມ 76,500,000 ໂດລາອົດສະຕຣາລີ.

ການແຂ່ງຂັນປະເພດຊາຍດ່ຽວ ຮອບທີ 4 ຫລື ຮອບ 16 ຄົນສຸດທ້າຍ: ໂນວັກ ໂຢໂຄວິກ ແຊ້ມສູງສຸດ 9 ສະໄໝ ມື 4 ຂອງລາຍການ ຈາກແຊກບີ້ ຜົນງານດີຕໍ່ເນື່ອງ ຜ່ານ ອາເລັກ ເດີ ມີໂນ ຈາກເຈົ້າພາບ ມື 22 ຂອງລາຍການ ແບບບໍ່ຍາກ 3-0 ເຊັດ: 6–2, 6–1, 6–2 ຮອບ 8 ຄົນສຸດທ້າຍ ໄປພົບກັບ ອັງເດຣ ຣູເບັຟ ມື 5 ຂອງລາຍການຈາກຣັດເຊຍ ທີ່ຊະນະ ໂຮເກີ ຣຸນ ດາວເດັ່ນຈາກດານມາກ ແບບສຸດມັນ 3-2 ເຊັດ: 6–3, 3–6, 6–3, 4–6, 7–6(11–9).

ປະເພດຍິງດ່ຽວ ຮອບ 16 ຄົນສຸດທ້າຍ: ອາຣີນ້າ ຊາບາເລັນກ້າ ມື 5 ຈາກເບລາຣຸສ ຊະນະ ເບລິນດ້າ ເບັນຊິກ ມື 12 ຈາກສະວິດເຊີແລນ 2-0 ເຊັດ: 7–5, 6–2 ຮອບ 8 ຄົນສຸດທ້າຍ ໄປພົບກັບ ດອນນ້າ ເວຄິກ ຈາກໂຄຣເອເຊຍ ທີ່ເຂົ້າມາເຖິງຮອບນີ້ຄັ້ງທຳອິດໃນລາຍການນີ້ .

ຂະນະທີ່ ຄາໂຣລາຍ ກາເຊຍ ມື 4 ຂອງລາຍການ ຈາກຝຣັ່ງ ພາດທ່າເສຍໃຫ້ ແມັກດ້າ ລິນເນັດ ຈາກໂປໂລຍ ອັນດັບ 45 ຂອງໂລກ 0-2 ເຊັດ: 6–7(3–7), 4–6 ແມັກດ້າ ລິນເນັດ ເຂົ້າຮອບ 8 ຄົນສຸດທ້າຍ ແກຣນສະແລມຄັ້ງທຳອິດ ໄປພົບກັບ ຄາໂຣລີນ້າ ປລິສໂກວ້າ ມື 30 ຂອງລາຍການ ຈາກສາທາລະນະລັດເຊັກ.

Photo: Australian Open

Leave a Reply

Your email address will not be published. Required fields are marked *