ເອັມບັບເປ້ ຍິງ 5 ປະຕູ ຊ່ວຍ PSG ບຸກຊະນະຄູ່ແຂ່ງ 7-0 ເຂົ້າຮອບ 16 ທີມ ຄຸບເດີຟຣອງ!

ຄີລຽນ ເອັມບັບເປ້ ກອງໜ້າທີມຊາດຝຣັ່ງ ຟອມດີຕໍ່ເນື່ອງ ຫລ້າສຸດຍິງ 5 ປະຕູ ຊ່ວຍ ປາຣີ ແຊັງແຊກແມັງ (PSG) ບຸກຊະນະ Pays de Cassel ທີມຈາກລີກອັນດັບ 6 ຂອງປະເທດ 7-0 ອີກສອງປະຕູໄດ້ຈາກ ເນມາຣ ແລະ ຄາຣລັອສ ໂຊແລ, ນັດນີ້ PSG ພັກ ເມັສຊີ້, ສຳລັບ ເອັມບັບເປ້ ລະດູການນີ້ຍິງໄປແລ້ວ 25 ປະຕູຈາກ 24 ນັດ.

PSG ແຊ້ມສູງສຸດ 14 ສະໄໝ ເຂົ້າຮອບ 16 ທີມສຸດທ້າຍ ໄປພົບກັບ ໂອລິມປິກ ມາກເຊີຍ ແຊ້ມ 10 ສະໄໝ ຈະແຂ່ງຂັນວັນທີ 8 ກຸມພານີ້. ຄູ່ອື່ນທີ່ໜ້າສົນໃຈໃນຮອບ 16 ທີມ: ນ໊ອງ ແຊ້ມເກົ່າ ພົບກັບ ອ໋ອງແຊ, ລີຢົງ ພົບ ລິນລ໌ ແລະ ລໍຣີຢ໋ອງ ພົບ ລ໋ອງ.

Photo: Fox Soccer

Leave a Reply

Your email address will not be published. Required fields are marked *