ເອັມໂປລີ ຊະນະ ອິນເຕີ ຄັ້ງທຳອິດໃນຮອບເກືອບ 17 ປີ

ເຕະບານ ເຊຣີອາ ອີຕາລີ ເອັມໂປລີ ບຸກຊະນະ ອິນເຕີ 1-0 ຈາກປະຕູໄຊຂອງ ທອມມາໂຊ້ ບາວດານຊີ້ ນາທີ 66′ ເປັນການຊະນະ ອິນເຕີ ຄັ້ງທຳອິດໃນຮອບເກືອບ 17 ປີ ຕໍ່ຈາກເດືອນເມສາ ປີ 2006 ໃນເກມນີ້ ອິນເຕີ ເຫລືອຜູ້ຫລິ້ນ 10 ຄົນ ຕັ້ງແຕ່ນາທີ 40′ ເມື່ອ ມິລານ ສະກຣີເນຍ ກອງຫລັງກັບຕັນທີມໄດ້ສອງບັດເຫລືອງ.

ອິນເຕີ ພາດໂອກາດຂຶ້ນເປັນທີສອງ ມີ 37 ຄະແນນຈາກ 19 ນັດ ຕາມຫລັງ ມິລານ ອັນດັບສອງ 1 ຄະແນນ ແລະ ແຂ່ງຫລາຍກວ່າໜຶ່ງນັດ ແລະ ຕາມຫລັງ ນາໂປລີ ທີມນຳ 13 ຄະແນນ. ຂະນະທີ່ ເອັມໂປລີ ຢູ່ທີ 9 ມີ 25 ຄະແນນຈາກ 19 ນັດ. ຄືນນີ້ ມິລານ ຈະໄປຢາມ ລາຊີໂອ້ ເວລາ 2:45.

Photo: Empoli FC

Leave a Reply

Your email address will not be published. Required fields are marked *