ປັອກບາ ອົດຊ່ວຍທີມຊາດຝຣັ່ງໃນ ບານໂລກ 2022 ຍ້ອນຜ່າຕັດຫົວເຂົ່າ

ປໍລ ປັອກບາ ກອງກາງທີມຊາດຝຣັ່ງ ໄວ 29 ປີ ຂອງສະໂມສອນ ຢູເວັນຕຸສ ອົດໄປ ບານໂລກ 2022 ທີ່ກາຕ້າ ຍ້ອນຜ່າຕັດຫົວເຂົ່າ, ລະດູການນີ້ ປັອກບາ ຍັງບໍ່ໄດ້ລົງສະໜາມຊ່ວຍ ທັບມ້າລາຍ ນັບຕັ້ງແຕ່ຍ້າຍຈາກ ແມນຢູ ກັບມາທັບ ຢູເວ່ ເຊິ່ງແພດຄາດວ່າ: ປັອກບາ ຈະເຊົາເຈັບກັບມາປະມານເດືອນມັງກອນ ປີ 2023.

ປັອກບາ ຢູ່ໃນຊຸດແຊ້ມ ບານໂລກ 2018 ທີ່ຣັດເຊຍ ແລະ ຍິງປະຕູໄດ້ໃນຮອບຊິງ ທີ່ຊະນະ ທີມຊາດໂຄຣເອເຊຍ 4-1, ສຳລັບ ບານໂລກ 2022 ທີ່ກາຕ້າ ຈະແຂ່ງຂັນໃນລະຫວ່າງວັນທີ 20 ພະຈິກ – 18 ທັນວາ ເຊິ່ງທີມຊາດຝຣັ່ງ ແຊ້ມເກົ່າ ຢູ່ກຸ່ມ ຮ່ວມກັບ ທີມຊາດດານມາກ, ອົດສະຕຣາລີ ແລະ ຕູນີເຊຍ (ຕູນີຊີ້).

Photo: Paul Labile Pogba

Leave a Reply

Your email address will not be published. Required fields are marked *