ແຮຣີ້ ເຄນ ສູນໜ້າທີມຊາດອັງກິດ ໄວ 29 ປີ ຂອງສະໂມສອນ ທັອດແນ່ມ ຮັອດສະເປີ ຍິງປະຕູໄຊ ຊ່ວຍ ສະເປີ ບຸກຊະນະ ຟູແລ່ມ 1-0 ນາທີ 45+1′ ເກມພຣີເມ່ຍລີກ ຄືນວັນທີ 23 ມັງກອນຜ່ານມາ ພ້ອມສ້າງສະຖິຕິຍິງປະຕູໃຫ້ ສະເປີ ຫລາຍສຸດ 266 ໜ່ວຍ ທຽບເທົ່າກັບ ຈິມມີ້ ກຣິຟສ໌ ຕຳນານສູນໜ້າຂອງທີມທີ່ສ້າງໄວ້ໃນລະຫວ່າງປີ 1961-1970 ດ້ວຍການລົງຫລິ້ນ 379 ນັດ, ສ່ວນ ແຮຣີ້ ເຄນ ລົງຫລິ້ນ 415 ນັດ ໃນປີ 2011 ເຖິງປະຈຸບັນ.
ຂະນະນີ້ ສະເປີ ຢູ່ອັນດັບ 5 ມີ 36 ຄະແນນຈາກ 21 ນັດ ຕາມຫລັງ ອັນດັບ 4 ພື້ນທີ່ແຊ້ມປ້ຽນລີກ 3 ຄະແນນ ແຕ່ແຂ່ງຫລາຍກວ່າໜຶ່ງນັດ, ສ່ວນ ຟູແລ່ມ ຢູ່ອັນດັບ 7 ມີ 31 ຄະແນນຈາກ 21 ນັດ.
Photo: Tottenham Hotspur