ມາກ ອາວເລນ ຊະນະ ຈັດທຣຳ 10-9 ເຟຣມ ຄວ້າແຊ້ມ ສະນຸກເກີ World Grand Prix 2023 ຄັ້ງທຳອິດ

ການແຂ່ງຂັນສະນຸກເກີ ລະດັບໂລກ World Grand Prix ປະຈຳປີ 2023 ຢູ່ເມືອງເຊວເທັນແຮມ ປະເທດອັງກິດ ວັນທີ 16–22 ມັງກອນຜ່ານມາ ຊິງເງິນລາງວັນລວມ 380,000 ປອນ ເຊິ່ງຄັດເອົາເອົານັກສະນຸກເກີທີ່ສະສົມເງິນລາງວັນສູງສຸດອັນດັບ 1-32 ຂອງໂລກລະດູການນີ້.

ການແຂ່ງຂັນຮອບຊິງຊະນະເລີດ ເປັນການພົບກັນລະຫວ່າງ ມາກ ອາວເລນ ມື 1 ຂອງລາຍການ ຈາກໄອແລນເໜືອ ທີ່ເຂົ້າຊິງລາຍການນີ້ຄັ້ງທຳອິດ ພົບກັບ ຈັດທຣຳ ມື 10 ຂອງລາຍການ ແຊ້ມປີ 2019 ຈາກເຈົ້າພາບ, ຈົບເຊັສຊັ່ນທຳອິດ ອາວເລນ ອອກຄິວໄດ້ຄົມກວ່າ ເປັນຝ່າຍຂຶ້ນ ຈັດທຣຳ 6-2 ເຟຣມ, ມາເຊັສຊັ່ນທີສອງ ຈັດທຣຳ ຮຶດສູ້ໄລ່ຕີສະເມີ 9-9 ເຟຣມ, ຕ້ອງມາຕັດສິນໃນເຟຣມສຸດທ້າຍ ແລະ ເປັນ ມາກ ອາວເລນ ຄວ້າໄຊຊະນະໄດ້ 60–19 ຄະແນນ ເອົາຊະນະ ຈັດທຣຳ ແບບຫວຸດວິດ 10-9 ເຟຣມ ຄວ້າແຊ້ມມາຄອງເປັນສະໄໝທຳອິດ.

ມາກ ອາວເລນ ຮັບຂັນແຊ້ມພ້ອມເງິນລາງວັນ 100,000 ປອນ ພ້ອມກັບລາງວັນເຂົ້າເບຣກສູງສຸດ 10,000 ປອນ ລວມ 141 ຄະແນນ, ຂະນະທີ່ ຈັດທຣຳ ຮອງແຊ້ມ ໄດ້ຮັບເງິນລາງວັນ 40,000 ປອນ.

ສຳລັບ ສະນຸກເກີລະດັບໂລກ ລາຍການຕໍ່ໄປແມ່ນ Shoot Out ຢູ່ເມືອງເລັສເຕີ ປະເທດອັງກິດ ວັນທີ 25–28 ມັງກອນນີ້ ຊິງເງິນລາງວັນລວມ 171,000 ປອນ.

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *