ສະເວຍເຕັກ ມື 1 ຂອງໂລກ ຕົກຮອບ 4 ເທັນນິສ Australian Open 2023

ການແຂ່ງຂັນເທັນນິສ ແກຣນສະແລມທຳອິດຂອງປີ Australian Open 2023 ທີ່ນະຄອນເມວເບິນ ປະເທດອົດສະຕຣາລີ ລະຫວ່າງວັນທີ 16–29 ມັງກອນນີ້ ຊິງເງິນລາງວັນລວມ 76,500,000 ໂດລາອົດສະຕຣາລີ.

ປະເພດຍິງດ່ຽວ ຮອບທີ 4 ຫລື ຮອບ 16 ຄົນສຸດທ້າຍ: ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປໂລຍ ພາດທ່າເສຍໃຫ້ ເອເລນ້າ ໄຮບາກີນ້າ ມື 22 ຂອງລາຍການ ຈາກຄາຊັກສະຖານ ແຊ້ມວິມເບີດັນ ປີຜ່ານມາ 0-2 ເຊັດ: 4-6, 4-6 ຮອບ 8 ຄົນສຸດທ້າຍ ໄປພົບກັບ ເຢເລນ້າ ອັອສຕາເປັນໂກ້ ມື 17 ຂອງລາຍການ ຈາກລັດວີ້ ທີ່ຊະນະ ໂກໂກ້ ກັອຟ ມື 7 ຈາກອາເມຣິກາ 2-0 ເຊັດ: 7–5, 6–3.

ຂະນະທີ່ ວິກຕໍເຣຍ ອາຊາເຣັນຊ້າ ແຊ້ມ ສະໄໝຈາກ ເບລາຣຸສ ຊະນະ ຊູ້ຫລິນ ຈາກຈີນ ອັນດັບ 103 ຂອງໂລກ 2-1 ເຊັດ: 4–6, 6–1, 6–4 ຮອບ 8 ຄົນສຸດທ້າຍ ໄປພົບກັບ ເຈັສຊີກ້າ ເປລູກ້າ ມື 3 ຂອງລາຍການ ຈາກອາເມຣິກາ ທີ່ຊະນະ ບາຣໂຊລ້າ ເຄຊີໂກວ້າ ຈາກສາທາລະນະລັດເຊັກ ມື 20 2-0 ເຊັດ: 7–5, 6–2.

ປະເພດຊາຍດ່ຽວ: ສະເຕຟານັອສ ຊິດຊີປັສ ມື 3 ຂອງລາຍການ ຈາກເກຣັກ ຊະນະ ຢານນິກ ຊິນເນີ ມື 15 ຈາກອີຕາລີ 3-2 ເຊັດ: 6–4, 6–4, 3–6, 4–6, 6–3 ຮອບ 8 ຄົນສຸດທ້າຍ ໄປພົບກັບ ຈີຣີ້ ເລເຮັກກ້າ ດາວເດັ່ນໄວ 21 ປີ ຈາກສາທາລະນະລັດເຊັກ ອັນດັບ 71 ຂອງໂລກ ທີ່ພິກລັອກຊະນະ ບຟີລິບ ອໍແກ ອາເລຍຊິມ ມື 6 ຈາກການາດ້າ 3-1 ເຊັດ: 4–6, 6–3, 7–6(7–2), 7–6(7–3) ເຂົ້າຮອບ 8 ຄົນສຸດທ້າຍລະດັບແກຣນສະແລມຄັ້ງທຳອິດ.

Leave a Reply

Your email address will not be published. Required fields are marked *