ການແຂ່ງຂັນເທັນນິສ ແກຣນສະແລມທຳອິດຂອງປີ Australian Open 2023 ທີ່ນະຄອນເມວເບິນ ປະເທດອົດສະຕຣາລີ ລະຫວ່າງວັນທີ 16–29 ມັງກອນນີ້ ຊິງເງິນລາງວັນລວມ 76,500,000 ໂດລາອົດສະຕຣາລີ.
ການແຂ່ງຂັນຮອບທີສອງ ປະເພດຊາຍດ່ຽວ: ໂນວັກ ໂຢໂຄວິກ ແຊ້ມສູງສຸດ 9 ສະໄໝ ມື 4 ຂອງລາຍການ ຈາກແຊກບີ້ ຜ່ານ ເອັນໂຊ້ ຄູເຄົາ ຈາກຝຣັ່ງ ທີ່ມາຈາກຮອບຄັດເລືອກ 3-1 ເຊັດ: 6–1, 6–7(5-7), 6–2, 6–0 ຮອບ 3 ໄປພົບກັບ ຈີກໍຣ ດີມີຕັອຟ ມື 27 ຂອງລາຍການ ຈາກບຸນກາຣີ.
ຂະນະທີ່ ແອນດີ້ ເມີເຣ່ ອະດີດຮອງ 5 ສະໄໝ ຈາກສະຫະຣາຊອານາຈັກ ແຊງຊະນະ ທານາຊີ້ ກັກກີນາກິສ ຈາກເຈົ້າພາບ ອັນດັບ 159 ຂອງໂລກ 3-2 ເຊັດ: 4–6, 6–7(4–7), 7–6(7–5), 6–3, 7–5 ຮອບ 3 ໄປພົບກັບ ໂຣແບໂຕ້ ເບົາຕິສຕ້າ ອາກຸດ ມື 24 ຂອງລາຍການຈາກແອັສປາຍ.
ສ່ວນ ແຄັສເປີ ຣຸດ ມື 2 ຂອງລາຍການ ຈາກນອກແວ ພິກລັອກຕົກຮອບ ເສຍໃຫ້ ເຈັນສັນ ບຣຸກບີ້ ມື 39 ຂອງໂລກ ຈາກອາເມຣິກາ 1-3 ເຊັດ: 3-6, 5-7, 7-6(7/4), 2-6.
ຂະນະທີ່ ອັງເດຣ ຣູເບັຟ ມື 5 ຂອງລາຍການຈາກຣັດເຊຍ ກໍຜ່ານໄດ້ ເຊັ່ນດຽວກັບ ໂຮເກີ ຣຸນ ມື 9 ຈາກດານມາກ, ແຕ່ ເທເລີ ຟຣິດ ມື 8 ຈາກອາເມຣິກາ ຕົກຮອບ ເໝືອນກັບ ອາເລັກຊານເດີ ຊະເວເຣຟ ມື 12 ຈາກເຢຍລະມັນ ແລະ ເດໂກ້ ສະວັອດແມ້ນ ມື 23 ຈາກອາກຊັງຕິນ.
ປະເພດຍິງດ່ຽວ ຮອບທຳອິດ ອອນ ຈາເບີ ມື 2 ຂອງລາຍການ ຈາກຕູນີຊີ້ ພາດທ່າເສຍໃຫ້ ມາຣເກຕ້າ ວອນດຣູໂຊວ້າ ຈາກສາທາລະນະລັດເຊັກ ອັນດັບ 86 ຂອງໂລກ 1-2 ເຊັດ: 1–6, 7–5, 1-6.
ຂະນະທີ່ ຄາໂຣລາຍ ກາເຊຍ ມື 4 ຂອງລາຍການ ຈາກຝຣັ່ງ ຊະນະ ເລລ້າ ເຟີນັນເດັຊ ຈາກການາດ້າ ອັນດັບ 72 ຂອງໂລກ 2-0 ເຊັດ: 7–6(7–5), 7–5 ຮອບ 3 ໄປພົບກັບ ລໍລ້າ ຊີເກມຸນ ອັນດັບ 24 ຂອງໂລກ ຈາກເຢຍລະມັນ.
ສ່ວນ ອາຣີນ້າ ຊາບາເລັນກ້າ ມື 5 ຈາກເບລາຣຸສ ຜ່ານ ເຊວບີ້ ໂຣເຈີ ອັນດັບ 51 ຂອງໂລກ ຈາກອາເມຣິກາ 2-0 ເຊັດ: 6–3, 6–1 ຮອບ 3 ໄປພົບກັບ ເອລິສ ເມີເທັນ ມື 26 ຂອງລາຍການ ຈາກແບນຊິກ.
ສ່ວນ ເບເລັນດ້າ ເບັນຊິກ ແລະ ຄາໂຣລີນ້າ ປິສໂກວ້າ ກໍຜ່ານໄດ້ ແຕ່ ອາເນັດ ຄອນຕາວ້ຽດ ຕົກຮອບ.