ການແຂ່ງຂັນເຕະບານຊາຍ U18 ຊິງຂັນສະຫະພັນບານເຕະແຫ່ງຊາດ (ສຕລ) ປະຈຳປີ 2022 ຮອບຊິງຊະນະເລີດ ໃນວັນທີ 31 ສິງຫາຜ່ານມາ, ເປັນການພົບກັນລະຫວ່າງ ແຂວງຫລວງພະບາງ ພົບກັບ ແຂວງຈຳປາສັກ, ທັບເສືອໃຕ້ ຈຳປາສັກ ອອກນຳກ່ອນຈາກ ພອນຜາສຸກ ມະໄລເມືອງ ນາທີ 8′ ແຕ່ລູກຫລານເມືອງມໍລະດົກໂລກ ແຂວງຫລວງພະບາງ ຍິງແຊງສອງປະຕູຈາກ ອາລີ ຄຳສັນ ສົມບາງ ນາທີ 77′ ແລະ ໃນໄລຍະຕໍ່ເວລາພິເສດ ນາທີ 105′ ຈາກ ເພັດສະໝອນ ສີຫາເທບ ຈົບເກມ ຫລວງພະບາງ ຊະນະ ຈຳປາສັກ ແບບຫວຸດວິດ 2-1 ຮັບຂັນແຊ້ມ, ຫລຽນຄຳ ແລະ ເງິນລາງວັນ 15 ລ້ານກີບ.
ຂະນະທີ່ ຈຳປາສັກ ຮອງແຊ້ມໄດ້ຫລຽນເງິນ ແລະ ເງິນລາງວັນ 8 ລ້ານກີບ, ສ່ວນຄູ່ຊິງທີ 3 ເອສຣາ ແຊ້ມເກົ່າ ຊະນະ ຊ້າງນ້ອຍ 12-2 ໄດ້ຮອບຫລຽນທອງ ແລະ ເງິນລາງວັນ 5 ລ້ານກີບ.
ສຳລັບລາງວັນຄູຝຶກດີເດັ່ນເປັນຂອງ ອາຈານ ຄຳໃສ ຈັນທະວົງ ຄູຝຶກ ສະໂມສອນຫລວງພະບາງ ທີມແຊ້ມ, ລາງວັນນັກກິລາດີເດັ່ນ ໄດ້ແກ່ ພອນຜາສຸກ ມະໄລເມືອງ ຈາກຈຳປາສັກ, ລາງວັນຜູ້ຮັກສາປະຕູດີເດັ່ນ ສຸລິສັກ ຫມັ້ນປະເສີດ ຈາກຈຳປາສັກ ເສຍ 7 ປະຕູ ແລະ ລາງວັນຜູ້ຍິງປະຕູສູງສຸດເປັນຂອງ ທະນູສັກ ນັນທະວົງດວງສີ ຈາກເອສະຣາ ຍິງໄດ້ 12 ປະຕູ.
ໃຫ້ກຽດມອບລາງວັນໂດຍ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ແລະ ຜູ້ໃຫ້ການສະໜັບສະໜູນ.
Photo: LFF