ໂຣເມວ ລາເວຍ ກອງກາງຕົວຮັບຊາວເບວຢ້ຽມ (ແບນຊິກ) ເຊື້ອສາຍກົງໂກ ຂອງສະໂມສອນ ເຊົາແທ່ມຕັນ ທີ່ຍິງໄດ້ໜຶ່ງປະຕູຊ່ວຍຕົ້ນສັງກັດແຊງຊະນະ ເຊວຊີ 2-1 ເກມພຣີເມ່ຍລີກ ລະດູການໃໝ່ 2022-23 ນັດທີ 5 ເມື່ອຄືນວັນທີ 30 ສິງຫາຜ່ານມາ ກາຍເປັນນັກເຕະອາຍຸ 18 ປີ ໃນຮອບ 18 ປີ ສາມາດຍິງປະຕູໃນ ພຣີເມ່ຍລີກ.
ໂຣເມວ ລາເວຍ ເປັນອະດີດເດັກປັ້ນຂອງ ອັນເດີເລດ ແລະ ແມນເຊັສເຕີ ຊິຕີ້ ຢູ່ກັບ ຊິຕີ້ ລະຫວ່າງປີ 2020–2021 ແລະ ຂຶ້ນທີມຊຸດໃຫຍ່ລະດູການຜ່ານມາ ແຕ່ໄດ້ລົງຫລິ້ນພຽງ 2 ນັດ ຈຶ່ງຍ້າຍມາຢູ່ກັບ ເຊົາແທ່ມຕັນ ໃນລະດູການນີ້ ດ້ວຍຄ່າໂຕ 11 ລ້ານ 7 ແສນເອີໂຣ ເຊັນສັນຍາ 5 ປີ.
ໂຣເມວ ລາເວຍ ໄດ້ລົງຫລິ້ນທັງ 5 ນັດໃນລີກລະດູການນີ້ ຊ່ວຍທີມຊະນະ 2 ສະເໝີ 1 ເສຍ 2 ມີ 7 ຄະແນນ ນັກອີກໜຶ່ງດາວເດັ່ນທີ່ໜ້າຕິດຕາມ ໂດຍນັດຕໍ່ໄປຈະພາ ເຊົາແທ່ມຕັນ ໄປຢາມ ວູຟແຮມຕັນ ວັນທີ 3 ກັນຍານີ້ ເວລາ 21:00.
Photo: Southampton FC