ຮິວໂກ້ ຢໍຣິສ ຜູ້ຮັກສາປະຕູ ທັອດແນ່ມ ຮັອດສະເປີ ແລະ ທັບກາໄກ່ ທີມຊາດຝຣັ່ງ ຮອງແຊ້ມໂລກ 2022 ປະກາດອຳລາການຮັບໃຊ້ທີມຊາດ ເມື່ອວັນທີ 9 ມັງກອນຜ່ານມາ ໂດຍໄດ້ກ່າວວ່າ: ຕົນເອງໄດ້ທຸ້ມເທທຸກຢ່າງເພື່ອທີມແລ້ວ, ເຊິ່ງທີມຊາດຝຣັ່ງ ມີຜູ້ຮັກປະຕູຫລາຍຄົນ ທີ່ສີມືດີ ແລະ ພ້ອມຮັບໃຊ້ຊາດ ເປັນຕົ້ນ ໄມ່ ໄມຫງົງ ຂອງ ເອຊີ ມິລານ, ອີກຢ່າງໜຶ່ງ ຢໍຣິສ ຕ້ອງການໃຫ້ເວລາແກ່ຄອບຄົວໃຫ້ຫລາຍຂຶ້ນ, ປະຈຸບັນ ຢໍຣິສ ອາຍຸ 36 ປີ ໂດຍມີຫວັງວ່າ: ຕົນເອງ ຈະຫລິ້ນໃນລະດັບສູງສຸດອີກປະມານ 2-3 ປີ.
ສຳລັບ ຮິວໂກ້ ຢໍຣິສ ເລີ່ມຮັບໃຊ້ທີມຊາດຝຣັ່ງຊຸດໃຫຍ່ ໃນປີ 2008 ຮັບໃຊ້ທີມທັງໝົດ 145 ນັດ ຊ່ວຍທີມໄດ້ແຊ້ມບານໂລກ 2018, ຮອງແຊ້ມໂລກ 2022, ແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21 ແລະ ຮອງແຊ້ມ ຢູໂຣ 2016.
Photo: Équipe de France de Football