ບຣອນມັດ ນ້ອງໃໝ່ ປົດຜູ້ຈັດການທີມ ສະກັອດ ພາກເກີ ຫລັງພາທີມເສຍໃຫ້ ລີເວີພູລ 0-9

ເອເອຟຊີ ບຣອນມັດ ທີມນ້ອງໃໝ່ໃນ ພຣີເມ່ຍລີກ ລະດູການນີ້ ປົດ ສະກັອດ ພາກເກີ ຜູ້ຈັດການທີມຊາວອັງກິດ ໄວ 41 ປີ ຫລັງພາທີມບຸກເສຍໃຫ້ ລີເວີພູລ ເຖິງ 0-9 ໃນທ້າຍອາທິດຜ່ານມາ, ເຊິ່ງເປັນສະຖິຕິເສຍຂາດສຸດໃນ ພຣີເມ່ຍລີກ ທຽບເທົ່າກັບ ເຊົາແທ່ມຕັນ ເສຍໃຫ້ ແມນເຊັສເຕີ ຢູໄນເຕັດ ແລະ ເລັສເຕີ ຊິຕີ້ ໃນປີ 2021 ແລະ 2019 ລວມທັງ ແມນຢູ ຊະນະ ອິບສະວິກ ທາວ ໃນປີ 1995.

ສິ່ງທີ່ເປັນສະຖິຕິໃໝ່ຄື: ບຣອນມັດ ກາຍເປັນທີມທຳອິດໃນ ພຣີເມ່ຍລີກ ລົງແຂ່ງ 4 ນັດທຳອິດ ໃນລີກລະດູການໃໝ່ ເສຍເຖິງ 16 ປະຕູ ເຖິງວ່ານັດທຳອິດເລີ່ມຕົ້ນດີຊະນະ ແອັສຕັນ ວິນລ້າ 2-0 ແຕ່ສາມນັດຕໍ່ມາພົບກັບທີມໃຫຍ່ ເສຍໃຫ້ ແມນຊິຕີ້ ແຊ້ມເກົ່າ 0-4, ເສຍໃຫ້ ອາຣເຊນໍລ 0-3 ແລະ ເສຍໃຫ້ ລີເວີພູລ 0-9 ປະຕູໄດ້ເສຍຕິດ -14 ເຮັດໃຫ້ ແມັກຊິມ ເດມິນ ເຈົ້າຂອງທີມບໍ່ພໍໃຈ ຕັດສິນໃຈປົດ ພາກເກີ ທັນທີ ແລະ ແຕ່ງຕັ້ງ ແກຣີ ໂອເນວ ອະດີດກອງກາງມິດເດິນສະໂບ ແລະ ເວັສແຮມ ຄຸມທີມແທນຊົ່ວຄາວ.

ສຳລັບ ສະກັອດ ພາກເກີ ເປັນຜູ້ພາ ບຣອນມັດ ເລື່ອນຊັ້ນກັບສູ່ ພຣີເມ່ຍລີກ ອີກຄັ້ງ ຄຸມທີມ 55 ນັດ ຊະນະ 28 ສະເໝີ 14 ແລະ ເສຍ 13 ນັດ ສະເລ່ຍໂອກາດຊະນະບໍ່ຫລຸດ 50%.

Photo: AFC Bournemouth

Leave a Reply

Your email address will not be published. Required fields are marked *