ທີມຊາດລາວ ໄດ້ຫລິ້ນຢູ່ບ້ານ 2 ນັດ ດວນກັບ ຫວຽດນາມ ແລະ ສິງກະໂປ ເຕະບານຊາຍ ຊິງແຊ້ມອາຊຽນ 2022

ທີມຊາດລາວຊຸດໃຫຍ່ ທີ່ກຽມເຂົ້າຮ່ວມການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022 ໂດຍໃນຮອບແບ່ງກຸ່ມ, ກຸ່ມ B ທີມຊາດລາວ ໄດ້ຫລິ້ນຢູ່ບ້ານ 2 ນັດ ພົບກັບ ທີມຊາດຫວຽດນາມ ແຊ້ມ 2 ສະໄໝ ແລະ ສິງກະໂປ ແຊ້ມ 4 ສະໄໝ ສ່ວນ 2 ນັດນອກບ້ານ ຈະໄປຢາມ ມາເລເຊຍ ແຊ້ມ 1 ສະໄໝ ແລະ ມຽນມາ.

ນັດທຳອິດຂອງທີມຊາດລາວ ໃນກຸ່ມ B ຈະເປີດບ້ານພົບກັບ ຫວຽດນາມ ວັນທີ 21 ທັນວາ 2022, ນັດທີ 2 ໄປຢາມ ເສືອເຫລືອງ ມາເລເຊຍ ວັນທີ 24 ທັນວາ, ນັດທີ 3 ເປີດບ້ານພົບກັບ ສິງກະໂປ ວັນທີ 27 ທັນວາ ແລະ ນັດທີ 4 ນັດສຸດທ້າຍຂອງກຸ່ມ ໄປຢາມ ມຽນມາ ວັນທີ 30 ທັນວາ 2022.

ສຳລັບ ກຸ່ມ A ປະກອບມີ: ໄທ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 6 ສະໄໝ, ອິນໂດເນເຊຍ ຮອງແຊ້ມຄັ້ງຜ່ານມາ, ຟີລິບປິນ, ກຳປູເຈຍ ແລະ ອີກໜຶ່ງທີມຈາກຮອບເພອັອຟ ລະຫວ່າງ ຕີມໍເລັສເຕ້ ແລະ ບຣູໄນ. ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023.

ຮູບແບບການແຂ່ງຂັນຮອບແບ່ງກຸ່ມຄັ້ງນີ້ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ເຊິ່ງຮອບ 4 ທີມສຸດທ້າຍ ຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ, ສ່ວນຮອບເພອັອຟເພື່ອຊິງເຂົ້າຮອບແບ່ງກຸ່ມ ລະຫວ່າງ ຕີມໍເລັສເຕ້ ແລະ ບຣູໄນ ແຂ່ງສອງນັດໄປ-ກັບ ເພື່ອຄັດເອົາໜຶ່ງທີມເຂົ້າຮອບແບ່ງກຸ່ມຕໍ່ໄປ. ທີມຊາດລາວ ເຂົ້າຮ່ວມ 12 ຄັ້ງກ່ອນໜ້ານີ້ ຍັງບໍ່ສາມາດຜ່ານເຂົ້າເຖິງຮອບ 4 ທີມສຸດທ້າຍ ລົງຫລິ້ນ 41 ນັດ ຊະນະ 2 ສະເໝີ 5 ເສຍ 34 ຍິງໄດ້ 30 ປະຕູ ເສຍ 155 ປະຕູ, ຄັ້ງນີ້ ເປັນອີກໜຶ່ງຄັ້ງທີ່ທ້າທາຍຂອງທີມຊາດລາວ ເພື່ອສູ້ຊົນເຮັດຜົນງານໃຫ້ດີທີ່ສຸດ ແລະ ມີຜົນງານທີ່ດີຂຶ້ນ.

Photo: AFF Mitsubishi Electric Cup, LFF

Leave a Reply

Your email address will not be published. Required fields are marked *