ຄາຣລັອສ ອາວຄາຣັຊ ແລະ ອີກ້າ ສະເວຍເຕັກ ແຊ້ມຊາຍດ່ຽວ-ຍິງດ່ຽວ ເທັນນິສແກຣນສະແລມສຸດທ້າຍຂອງປີ ຢູເອັສ ໂອເພັນ 2022 ທີ່ນິວຢ໊ອກ, ສະຫະລັດ ອາເມຣິກາ ໄດ້ຮັບເງິນລາງວັນຜູ້ລະ $2,600,000 ໂດລາສະຫະລັດ ຫລື ປະມານ 40 ຕື້ກວ່າກີບ, ປະເພດຊາຍດ່ຽວຮອບຊິງ ຄາຣລັອສ ອາວຄາຣັຊ ນັກເທັນນິສດາວເດັ່ນຊາວສະເປນ (ແອັສປາຍ) ໄວ 19 ປີ ຊະນະ ແຄັສເປີ ຣຸດ ຈາກນໍຣເວ (ນອກແວ) 3-1 ເຊັດ ໄດ້ແຊ້ມແກຣນສະແລມລາຍການທຳອິດໃນອາຊີບ ພ້ອມສ້າງປະຫວັດສາດຂຶ້ນເປັນມື 1 ຂອງໂລກດ້ວຍອາຍຸນ້ອຍສຸດ 19 ປີ 4 ເດືອນ 6 ວັນ.
ຂະນະທີ່ ປະເພດຍິງດ່ຽວຮອບຊິງ ອີກ້າ ສະເວຍເຕັກ ດາວເດັ່ນຊາວໂປແລນ (ໂປໂລຍ) ໄວ 21 ປີ ຊະນະ ອອນ ຈາເບີ ຈາກຕູນີເຊຍ (ຕູນີຊີ້) 2-0 ເຊັດ, ສະເວຍເຕັກ ກາຍເປັນນັກເທັນນິສຍິງຄົນທຳອິດຂອງປະເທດໂປໂລຍ ທີ່ສາມາດຄວ້າແຊ້ມ ຢູເອັສ ໂອເພັນ ແລະ ໄດ້ແຊ້ມແກຣນສະແລມ 2 ລາຍການໃນປີນີ້ ຕໍ່ຈາກ ເຟັນ ໂອເພັນ.
ສ່ວນຮອງແຊ້ມ ແຄັສເປີ ຣຸດ ແລະ ອອນ ຈາເບີ ໄດ້ຮັບເງິນລາງວັນຜູ້ລະ $1,300,000 ໂດລາ ຫລື ເທົ່າກັບເຄິ່ງໜຶ່ງຂອງແຊ້ມ 20 ຕື້ກວ່າກີບ,, ສ່ວນຍິງດ່ຽວ ແລະ ຊາຍດ່ຽວ ທີ່ຕົກຮອບຮອງຊະນະເລີດ ໄດ້ຮັບເງິນລາງວັນປອບໃຈຜູ້ລະ $705,000 ໂດລາ, ຕົກຮອບ 8 ຄົນສຸດທ້າຍ ໄດ້ຮັບຜູ້ລະ $445,000 ໂດລາ.
ເງິນລາງວັນ ຢູເອັສ ໂອເພັນ ປີນີ້ ສູງສຸດໃນປະຫວັດສາດ ຊິງເງິນລາງວັນລວມທັງໝົດ ທັງປະເພດຍິງດ່ຽວ, ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ ແມ່ນ $60,102,000 ໂດລາ ເພີ່ມຂຶ້ນ 4.59% ຈາກປີ 2021 ຜ່ານມາ.
Photo: US Open