ຣາດູການູ ແຊ້ມເກົ່າ ຕົກຮອບທຳອິດ ເທັນນິສ ແກຣນສະແລມ US Open 2022

ເອັມມ້າ ຣາດູການູ ນັກເທັນນິສດາວເດັ່ນ ຊາວສະຫະຣາຊອານາຈັກ ໄວ 19 ປີ ແຊ້ມເກົ່າ ເທັນນິສ ແກຣນສະແລມ ຢູເອັສ ໂອເພັນ ພາດທ່າຕົກຮອບທຳອິດ ໃນການແຂ່ງຂັນປີນີ້ ໂດຍເສຍໃຫ້ ອາຊີເຊ່ ຄໍເນ່ ຈາກຝຣັ່ງ ອັນດັບ 37 ຂອງໂລກ 0-2 ເຊັດ: 3-6 ທັງສອງເຊັດ, ຣາດູການູ ເປັນແຊ້ມເກົ່າຄົນທີ 3 ທີ່ຕົກຮອບທຳອິດ ຕໍ່ຈາກ ສະເວັດລານ້າ ຄຸສເນັດໂຊວ້າ ຊາວຣັດເຊຍ ປີ 2005 ແລະ ແອັງເຈລິກ ເກເບີ ຊາວເຢຍລະມັນ ປີ 2017.

ຂະນະທີ່ ອີກ້າ ສະເວຍເຕັກ ມື 1 ຂອງໂລກ ຈາກໂປໂລຍ ຊະນະ ຈັສມິນ ເປົາລີນີ້ ອັນດັບ 129 ຂອງໂລກ ຈາກອີຕາລີ 2-0 ເຊັດ: 6-3, 6-0 ຮອບ 2 ໄປພົບກັບ ສະລວດ ສະຕີເຟັນ ອະດີດແຊ້ມປີ 2017 ຈາກເຈົ້າພາບອາເມຣິກາ. ສ່ວນ ວິນັສ ວິນລ້ຽມ ອະດີດແຊ້ມສອງສະໄໝຈາກເຈົ້າພາບຕົກຮອບ.

ປະເພດຊາຍດ່ຽວ ຮອບທຳອິດ ຣາຟາເອວ ນາດາວ ມື 2 ຂອງລາຍການ ແຊ້ມ 4 ສະໄໝ ຈາກແອັສປາຍ ຜ່ານ ຣິນກີ້ ຮີຈິກາຕະ ມືວາຍຄ໊າດ ໄວ 21 ປີ ຈາກອົດສະຕຣາລີ ເຊື້ອສາຍຍີ່ປຸ່ນ 3-1 ເຊັດ: 4-6, 6-2, 6-3, 6-3 ຮອບ 2 ນາດາວ ໄປພົບກັບ ຟາບີໂອ ຟັອກນີນີ້ ຈາກອີຕາລີ ອັນດັບ 60 ຂອງໂລກ.

ຂະນະທີ່ ຄາຣລັອສ ອາວຄາຣັຊ ກໍຜ່ານໄດ້ ເໝືອນກັບ ຄາເມຣ້ອນ ນໍຣີ້, ຮູເບີດ ເຮີຄັກ, ອັງເດຣ ຣູເບັຟ, ຢານນິກ ຊິນເນີ ແລະ ບໍນ້າ ໂຄຣິກ.

Photo: US Open Tennis Championships

Leave a Reply

Your email address will not be published. Required fields are marked *