ວັນທີ 3-4 ທັນວາ 2022 ແຂວງຈຳປາສັກ ໄດ້ສົ່ງນັກກິລາລົງທຳການແຂ່ງຂັນ 5 ປະເພດຄື: ມວຍປໍ້າ, ເທຄ້ວນໂດ້, ແລ່ນ-ລານ, ໜ້າເກັກ ແລະ ກິລາບານບ້ວງ ເຊິ່ງສາມາດສ້າງຜົນງານໄດ້ດີສົມຄວນ ຍາດໄດ້ 3 ຫຼຽນຄຳ, ຈາກກິລາເທຄ້ວນໂດ້ 1 ຫຼຽນ ທ້າວ ໂຈໜັດ ຄູນວົງສາ ລຸ້ນນໍ້າໜັກ 55 ກິໂລ, ຈາກມວຍບໍ້າ 1 ຫຼຽນ ນໍ້າໜັກ 55 ກິໂລ ທ້າວ ບຸນທຽນ ກົມມະລາຊາ ທີ່ເອົາຊະນະນັກກິລາຈາກກະຊວງປ້ອງກັນປະເທດ, ແລະ ໄດ້ຈາກກິລາແລ່ນ-ລານ ອີກ 1 ຫຼຽນຄຳ ຈາກ ນາງ ຂັນມະໄລພອນ ບຸນຍະເວີນ ປະເພດແລ່ນຂ້າມຮົ້ວ100 ເເມັດ.
ສ່ວນຫຼຽນເງິນໄດ້ຈາກມວຍປໍ້າ 1 ຫຼຽນ ທ້າວ ໄຊຍະສັກ ພັນທະວົງ ລຸ້ນນໍ້າໜັກ 100 ກິໂລ ປະເພດຟຣີສະຕາຍ ,ຈາກເທຄ້ວນໂດ້ 1 ຫຼຽນເງິນ ທ້າວ ລັດທະສາດ ກົມມະດຳ ແລະ ຫຼຽນທອງ ໄດ້ຈາກ ນາງ ບຸນທະລີ ສີສົມຫວັງ ລຸ້ນ 69 ກິໂລ, ປະເພດຟຣີສະຕາຍ.
ສະຫລຸບຫຼຽນບໍ່ເປັນທາງການ ແຂວງຈຳປາສັກຍາດໄດ້ 10 ຫຼຽນຄຳ, 10 ຫຼຽນເງີນ 15 ຫຼຽນທອງ ລວມ 35 ຫຼຽນ ໃນນັ້ນຫຼຽນຄຳໄດ້ຈາກລອຍນໍ້າ 6 ຫຼຽນ, ເທຄວ້ນໂດ 2 ຫຼຽນ, ແລ່ນ-ລານ 1 ຫຼຽນ ແລະ ມວຍປໍ້າ 1 ຫຼຽນ, ຫຼຽນເງີນໄດ້ຈາກ ລອຍນໍ້າ 8 ຫຼຽນ, ເທຄວ້ນໂດ້ 1 ຫຼຽນ, ມວບປໍ້າ 1 ຫຼຽນ ແລະ ຫຼຽນທອງ ໄດ້ຈາກລອຍນໍ້າ 7 ຫຼຽນ, ເທຄວ້ນໂດ້ 6 ຫຼຽນ, ມວຍປໍ້າ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ.