ກິລາໝາກເສີກ ແຂວງຈຳປາສັກ ຫວັງ 3 ຫຼຽນຄຳ ກິລາແຫ່ງຊາດ ຄັ້ງທີ 11

ກິລາໝາກເສີກ ແຂວງຈຳປາສັກ ແມ່ນອີກປະເພດກິລາທີ່ເຄີຍໄດ້ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ10 ທີ່ແຂວງອຸດົມໄຊ ເຊີ່ງສາມາດຍາດໄດ້ 2 ຫຼຽນເງີນ, 2 ຫຼຽນທອງ ຈາກປະເພດດ່ຽວ ແລະ ປະເພດທີມຊາຍ, ສຳລັບກິລາແຫ່ງຊາດ ຄັ້ງທີ11 ທີ່ຊຽງຂວາງປີນີ້ ກິລາໝາກເສິກໄດ້ມີໂອກາດເຂົ້າມາແຂ່ງຂັນອີກຄັ້ງ.

ທ່ານ ສຸລັດ ຜະດຸງສີຍະວົງ ຄູຟືກກິລາໝາກເສີກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ງານກິລາແຫ່ງຊາດຄັ້ງນີ້ ທາງສະມາຄົມກິລາໝາກເສີກແຂວງຈຳປາສັກ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທ້ງໝົດ 8 ຄົນ ຍິງ 4 ຄົນ, ປະກອບມີ 9 ລາຍການແຂ່ງຂັນຄື: ປະເພດຍິງດ່ຽວ, ຊາຍດ່ຽວ, ທີມປະສົມ, ທີມຊາຍ ເຊີ່ງໄດ້ຕັ້ງຄວາມຫວັງໄວ້3 ຫຼຽນຄຳ ຈາກປະເພດດ່ຽວ, ປະເພດທິມ ແລະ ທີມປະສົມ ຍິງ-ຊາຍ.

Leave a Reply

Your email address will not be published. Required fields are marked *