ການແຂ່ງຂັນບານເຕະ U15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ຮອບຊິງຊະນະເລີດ ໃນວັນທີ 30 ສິງຫາ 2022, ໂດຍເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ.
ຮອບຊິງຊະນະເລີດ ຂຸນພົນທັບ ເສືອໃຕ້ U15 ຈຳປາສັກ ພົບກັບ ຂຸນພົນລູກຫຼານເມືອງມໍລະດົກໂລກ U15 ຫຼວງພະບາງ, ຄູ່ນີ້ ໃນຮອບທຳອິດ ຈຳປາສັກ ສະເໝີກັບ ຫຼວງພະບາງ 2-2, ມານັດນີ້ ເຄິ່ງເວລາທີ 1 ບໍ່ສາມາດເຈະເກມຍັງກັນໄດ້ ສະເໝີກັນ 0-0, ມາເຄິ່ງເວລາທີ 2 ເປັນທາງ ຈຳປາສັກ ທີ່ເຮັດໄດ້ດີກວ່າມາໄດ້ 2 ປະຕູຈາກ ທົງໄຊ ຫອມສົດບັດ ສັງຫານຈຸດໂທດ ນາທີ 55′ ແລະ ຫັດສະດົງ ຮອງຍານຄຳ ນາທີ 66′. ຈົບ 80 ນາທີ ຈຳປາສັກ ເອົາຊະນະ ຫຼວງພະບາງ 2-0 ຄວ້າແຊ້ມໄປຄອງ ຮັບຂັນແຊ້ມ ຫຼຽນ ພ້ອມເງິນ 15.000.000 ກີບ, ສ່ວນ ຫຼວງພະບາງ ຮອງແຊ້ມຮັບຫຼຽນ ຮັບເງິນ 8.000.000 ກີບ.
ຂະນະທີ່ ຄູ່ຊິງອັນດັບ 3 ຊ້າງນ້ອຍ ເອົາຊະນະຈຸດໂທດ ເອສຣາ ແຊ້ມເກົ່າ 9-8 ຫຼັງຈາກໃນເວລາປົກກະຕິ 80 ນາທີ ແລະ ຕໍ່ເວລາພິເສດ 30 ນາທີ ສະເໝີກັນ 1-1, ຊ້າງນ້ອຍ ໄດ້ອັນດັບ 3 ຮັບຫຼຽນ ພ້ອມຮັບເງິນລາງວັນ 5.000.000 ກີບ.
ສ່ວນລາງວັນສ່ວນຕົວ ທົງໄຊ ຫອມສົມບັດ ຈາກຈຳປາສັກ ຄວ້າລາງວັນນັກເຕະດີເດັ່ນ, ບຸນຫລາຍ ໂພທິຊາບ ກອງໜ້າຈາກ ເອສະຣາ ຄວ້າລາງວັນດາວຍິງສູງສຸດ ຍິງ 12 ປະຕູ, ທິດສາຄອນ ສຳລີວົງຫວັດ ຜູ້ຮັກສາປະຕູຈາກ ຈຳປາສັກ ຄວ້າລາງວັນຜູ້ຮັກສາປະຕູດີເດັ່ນ ແລະ ທ່ານ ສຸກຈິນດາ ນັດຜາສຸກ ຄູຝຶກຈຳປາສັກ ຄວ້າລາງວັນຄູຝຶກດີເດັ່ນ ຄຸມທີມ 8 ນັດ ຊະນະ 5 ສະເໝີ 2 ເສຍ 1. ໃຫ້ກຽດມອບລາງວັນໃນຄັ້ງນີ້ ໂດຍ ທ່ານ ໄຊຊະນະ ທອງຄຳຈັນ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ພ້ອມດ້ວຍຄະນະ ແລະ ຜູ້ໃຫ້ການສະໜັບສະໜູນ.
Photo: LFF U-15 Championship