ທັບແຊມບ້າ ທີມຊາດເບຣຊິນ ຊະນະ ສາທາລະນະລັດເກົາຫລີ 4-1 ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ຮອບ 16 ທີມສຸດທ້າຍ ຄູ່ທີ 6 ວັນທີ 5 ທັນວາຜ່ານມາ, ແຊ້ມໂລກ 5 ສະໄໝ ທີມຊາດເບຣຊິນ ໂຊຟອມເທບ ປາບ ທັບໂສມຂາວ ທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) 4-1.

Goals:
– Brazil: Vinicius 7′, Neymar 13′ (pen.), Richarlison 29′, Lucas Paqueta 36′
– KOR: Paik Seung Ho 76′
ເບຣຊິນ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 8 ຕິດຕໍ່ກັນ ໄປພົບກັບ ທີມຊາດໂຄຣເອເຊຍ ທີ່ຊະນະ ທີມຊາດຍີ່ປຸ່ນ ດ້ວຍການດວນຈຸດໂທດ 3-1 ເວລາປົກກະຕິ ແລະ ການຕໍ່ເວລາພິເສດສະເໝີກັນ 1-1. ໂຄຣເອເຊຍ ພົບ ເບຣຊິນ ຈະແຂ່ງຂັນວັນທີ 9 ທັນວານີ້.

Leave a Reply

Your email address will not be published. Required fields are marked *