ໂຄຣເອເຊຍ ດັບຝັນ ຍີ່ປຸ່ນ ເຂ່ຍ ທັບຊາມູໄຣ ຕົກຮອບ 16 ທີມສຸດທ້າຍ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ຮອບ 16 ທີມສຸດທ້າຍ ຄູ່ທີ 5 ວັນທີ 5 ທັນວາຜ່ານມາ, ທີມຊາດໂຄຣເອເຊຍ (ໂຄຣອາຊີ) ຮອງແຊ້ມຄັ້ງຜ່ານມາ ເອົາຊະນະ ທັບຊາມູໄຣ ທີມຊາດຍີ່ປຸ່ນ ດ້ວຍການດວນຈຸດໂທດ 3-1 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1.

ທັບຊາມູໄຣ ໄດ້ປະຕູນຳກ່ອນຈາກ ໄດເຊັນ ມາເອດະ ນາທີ 43′ ໂຄຣເອເຊຍ ຕີສະເໝີຈາກ ອີວານ ເປຣີຊິກ ນາທີ 55′. ຕໍ່ເວລາພິເສດອີກ 30 ນາທີ ຍັງສະເໝີກັນ 1-1 ມາດວນຈຸດໂທດຕັດສິນ ແລະ ເປັນ ໂຄຣເອເຊຍ ຍິງໄດ້ຄົມກວ່າ ຊະນະ ຍີ່ປຸ່ນ 3-1.
ໂຄຣເອເຊຍ ດັບຝັນ ຍີ່ປຸ່ນ ທີ່ຫວັງເຂົ້າຮອບ 8 ທີມສຸດທ້າຍ ຄັ້ງທຳອິດ ໂດຍຕົກຮອບ 16 ທີມສຸດທ້າຍ ເປັນຄັ້ງທີ 4 ຕໍ່ຈາກປີ 2002, 2010 ແລະ 2018.
ສຳລັບ ໂຄຣເອເຊຍ ຮອບ 8 ທີມສຸດທ້າຍ ໄປພົບກັບ ທີມຊາດເບຣຊິນ ທີ່ຊະນະ ທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) 4-1 ຈະແຂ່ງຂັນວັນທີ 9 ທັນວານີ້.
Photo: FIFA World Cup

Leave a Reply

Your email address will not be published. Required fields are marked *