ເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 8 ປີ (U-8) ແລະ ຮຸ່ນອາຍຸບໍ່ເກີນ 11 ປີ (U-11) ຈາກທີມ WIG NAGA ສາມາດພິຊິດແຊ້ມເຕະບານອານຸຊົນ, ເຍົາວະຊົນ ລາຍການ Thailand International Youth Cup 2022 ທີ່ບາງກອກ ປະເທດໄທ ໃນວັນທີ 3-4 ທັນວາຜ່ານມາ.
WIG NAGA ຕົວແທນໜຶ່ງດຽວຈາກລາວ ທີ່ເຂົ້າຮ່ວມລາຍການນີ້ ສົ່ງ 2 ທີມເຂົ້າຮ່ວມຄື: ຮຸ່ນອາຍຸບໍ່ເກີນ 8 ປີ ແລະ 11 ປີ ໂດຍສາມາດຍາດຂັນຊະນະເລີດ ແລະ ຮອງຊະນະເລີດມາຄອງ.
ຂັນແຊ້ມລາຍການນີ້ ໄດ້ຈາກ: ຮຸ່ນອາຍຸບໍ່ເກີນ 8 ປີ ຜົນງານດີຊະນະ 5 ນັດລວດໃນຮອບແບ່ງກຸ່ມ ແລະ ຊະນະໃນຮອບ 8 ທີມ, 4 ທີມ ສ່ວນຮອບຊິງຊະນະເລີດ ຊະນະ ສະໂມສອນ ແທັກທີມ ຈາກໄທ ເຈົ້າພາບ 3-0 ລວມແລ້ວ ຊະນະ 8 ນັດລວດ.
ຂະນະທີ່ ຮຸ່ນອາຍຸບໍ່ເກີນ 11 ປີ ຂອງທີມ WIG NAGA ຈາກລາວ ຜົນງານດີເຊັ່ນກັນ ຊະນະ 4 ແລະ ສະເໝີ 1 ໃນຮອບແບ່ງກຸ່ມ ແລະ ຜ່ານໄປເຖິງຮອບຊິງຊະນະເລີດ ກ່ອນເສຍໃຫ້ທີມ OAZ ຈາກໄທ 0-2 ໄດ້ອັນດັບ 2 ມາຄອງ.

ເຊິ່ງຄະນະນັກກິລາຊຸດນີ້ ເດີນທາງມາເຖິງບ້ານເກີດ ສປປ ລາວ ໃນຕອນບ່າຍວັນທີ 5 ທັນວານີ້ ທີ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກພໍ່ແມ່ຜູ້ປົກຄອງ, ຍາດຕິພີ່ນ້ອງ ແລະ ແຟນບານ.
ສຳລັບລາຍການນີ້ ມີ 100 ກວ່າທີມເຂົ້າຮ່ວມ ໃນຮຸ່ນອາຍຸ 7-13 ປີ ສ່ວນໃຫຍ່ມາຈາກ ໄທ ເຈົ້າພາບ, ສິງກະໂປ, ມາເລເຊຍ, ມອນໂດວ້າ, ສາທາລະນະລັດເກົາຫລີ ແລະ ສປປ ລາວ ໂດຍໃນແຕ່ລະຮຸ່ນແມ່ນມີ 12 ທີມ.
ລາຍການນີ້ ທີມ WIG NAGA ຈາກລາວ ຍັງສົ່ງນັກກີລາຈໍານວນໜຶ່ງໄປສົມທົບກັບສະໂມສອນຈາກໄທ ກໍຄື ສົ່ງທ້າວ ອານຸສັກ ວິໄລກຸນ ໄປຊ່ວຍສະໂມສອນ SoutherBoys ກໍສາມາດຍິງໄດ້ເຖິງ 24 ປະຕູ ພາທີມຄວ້າແຊ້ມໃນຮຸ່ນອາຍຸ 7 ປີ ແລະ ສົ່ງທ້າວ ເອກະລາດ ວິໄລກຸນ ສາມາດຍິງໄປ 14 ປະຕູຊ່ວຍສະໂມສອນ Futboys ຄວ້າແຊ້ມໃນຮຸ່ນອາຍຸ 10 ປີ.
ສຳລັບທີມ WIG NAGA ຫາກໍສ້າງທີມຂຶ້ນມາປະມານ 3 ເດືອນ ມີນັກກິລາປະມານ 30 ກວ່າຄົນ ເປັນຮຸ່ນເຍົາວະຊົນທັງໝົດ ເຊິ່ງເປັນລູກຫລານເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຈາກຄວາມທຸ້ມເທ ແລະ ຜົນງານທີ່ຍາດມາໄດ້ເທື່ອນີ້ ຂໍຊົມເຊີຍ ຄະນະນຳ, ຄູຝຶກ ແລະ ນັກກິລາທຸກຄົນ ແລະ ຂໍໃຫ້ສືບຕໍ່ຝຶກຝົນ ແລະ ພັດທະນາຕໍ່ໄປ ເພື່ອຍາດຜົນງານທີ່ຍິ່ງໃຫຍ່ກວ່າເກົ່າໃນອະນາຄົດ.
Photo: WIG Naga