U-9 ປີ ສະໂມສອນບານເຕະ Mazda GB FC ຈາກ ສປປ ລາວ ຄອງອັນດັບ 1 ແລະ ອັນດັບ 3 ເຕະບານນາໆຊາດ ທີ່ປະເທດໄທ

ການແຂ່ງຂັນເຕະບານອານຸຊົນ-ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 7 ປີ, 9 ປີ, 11 ປີ, 13 ປີ ແລະ 15 ປີ ລາຍການ Bangkok International Super Cup 2022 ໃນວັນທີ 3-4 ທັນວານີ້ Mazda GB FC ຕົວແທນຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມ, ທີມ A ແລະ ທີມ B ຮຸ່ນອາຍຸບໍ່ເກີນ 9 ປີ ໂດຍມີ 28 ທີມເຂົ້າຮ່ວມ.
ການແຂ່ງຂັນຮອບແບ່ງກຸ່ມ ທີມ A ຂອງ Mazda GB FC ຜົນງານດີ ແຂ່ງ 6 ນັດ ຊະນະ 5 ເສຍ 1 ເປັນທີ 2 ຂອງກຸ່ມ ເຂົ້າຮອບເພອັອຟ ລຸ້ນເຂົ້າຮອບ 8 ທີມສຸດທ້າຍ ແຕ່ Mazda GB FC ທີມ A ເສຍໃຫ້ ທີມບາງກະປິ ທີມ A ຈາກເຈົ້າພາບ 1-2 ໄດ້ໄປຫລິ້ນລະດັບ ດີວີຊັ່ນ 2.
ຂະນະທີ່ ທີມ B ຂອງ Mazda GB FC ຜົນງານ ຊະນະ 2 ເສຍ 4 ຫລົ່ນໄປຫລິ້ນ ດີວີຊັ່ນ 2 ເຊັ່ນກັນ.
ຜ່ານການແຂ່ງຂັນລະດັບດີວີຊັ່ນ 2 ສອງທີມຂອງ Mazda GB FC ທີມ A ເອົາຊະນະ ຄູ່ແຂ່ງ 2 ນັດ ມາຊິງຊະນະເລີດກັບ ທີມ PFA ຈາກໄທ ເຈົ້າພາບ 5-1 ຄວ້າຂັນຊະນະເລີດ ລະດັບດີວີຊັ່ນ 2 ມາຄອງ.
ສ່ວນ Mazda GB FC ທີມ B ແຂ່ງ 3 ນັດ ຊະນະ 2 ເສຍ 1 ມາຊິງທີ 3 ກັບທີມ ກົວລາລຳເປີ ຈາກມາເລເຊຍ ເອົາຊະນະໄດ້ 2-1 ໄດ້ອັນດັບ 3.
Mazda GB FC ຈາກ ສປປ ລາວ ຜົນງານປີນີ້ເດັ່ນ ກ່ອນໜ້ານີ້ ຄວ້າແຊ້ມນາໆຊາດທີ່ມາເລເຊຍ ແລະ ຢູ່ປະເທດໄທ.
ຊົມເຊີຍຄະນະນຳ ແລະ ລູກໆ ຫລານໆ ອານຸຊົນລາວຊຸດນີ້ ຈົ່ງສືບຕໍ່ພັດທະນາຕໍ່ໄປ ສູ້ໆເດີ!!
Image: Mazda GB FC

Leave a Reply

Your email address will not be published. Required fields are marked *