ນາງ ກົງຄຳ ບົວແສງພະຈັນ ນັກກິລາຍິງປືນ IPSC ທີມຊາດລາວ ສ້າງປະຫວັດສາດໃຫ້ວົງການກິລາຍິງປືນ IPSC ສປປ ລາວ ດ້ວຍການຄວ້າຫລຽນເງິນ ໃນການແຂ່ງຂັນກິລາຍິງປືນ IPSC ຊິງແຊ້ມໂລກ ຄັ້ງທີ່ 19 ທີ່ພັດທະຍາ ປະເທດໄທ ປະເພດປືນສັ້ນຫັນລີຜູ້ຍິງ LEVOLVER LADY.


ການແຂ່ງຂັນກິລາຍິງປືນ IPSC ຊິງແຊ້ມໂລກ ຄັ້ງທີ 19 ຈັດຂຶ້ນໃນລະຫວ່າງວັນທີ 27 ພະຈິກ ຫາວັນທີ 3 ທັນວາ 2022. ມີນັກກິລາຈາກ 76 ປະເທດເຂົ້າຮ່ວມ ໃນນັ້ນປະເທດລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 14 ຄົນ, ຍິງ 2 ຄົນ.
Info & Image: Phouthasack Soukaloun