ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ຮອບ 16 ທີມສຸດທ້າຍ ຄູ່ທີ 4 ວັນທີ 4 ທັນວາຜ່ານມາ, ທັບສາມພະຍາສິງ ທີມຊາດອັງກິດ ອັນດັບ 4 ຄັ້ງຜ່ານມາ ເຖິງວ່າຕົ້ນເກມຟອມຝືດ ແຕ່ຫລັງຈາກນັ້ນຟອມດີຂຶ້ນ ເອົາຊະນະ ທີມຊາດເຊເນການ 3-0 ຈາກປະຕູຂອງ ຈໍແດນ ແຮນເດີສັນ ນາທີ 38′, ແຮຣີ້ ເຄນ ນາທີ 45+3′ ເປັນປະຕູທີ 53 ຂອງສູນໜ້າຈາກສະເປີ ຕາມຫລັງ ເວນ ຣູນີ້ ດາວຍິງສູງສຸດຂອງທີມຊາດພຽງໜຶ່ງປະຕູ, ສ່ວນອີກໜຶ່ງປະຕູປິດທ້າຍຂອງອັງກິດ ໄດ້ຈາກ: ບູກາໂຢ້ ຊາກ້າ ນາທີ 57′.

ອັງກິດ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 10 ໄປພົບກັບ ທີມຊາດຝຣັ່ງ ແຊ້ມເກົ່າ ທີ່ເອົາຊະນະທີມຊາດໂປແລນ 3-1 ຈະແຂ່ງຂັນວັນທີ 10 ທັນວານີ້.
Photo: FIFA World Cup