ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ຮອບ 16 ທີມສຸດທ້າຍ ວັນທີ 4 ທັນວາຜ່ານມາ, ທັບກາໄກ່ ທີມຊາດຝຣັ່ງ ແຊ້ມເກົ່າ ພິຊິດໄຊເໜືອ ທີມຊາດໂປແລນ (ໂປໂລຍ) 3-1 ຄີລຽນ ເອັມບັບເປ້ ຊັດເຕັມຂໍ້ສອງປະຕູ ນາທີ 74′, 90+1′ ຂຶ້ນນຳດາວຍິງສູງສຸດ ໃນບານໂລກຄັ້ງນີ້ ດ້ວຍຈຳນວນ 5 ປະຕູ ຈາກ 4 ນັດ.

ອີກໜຶ່ງປະຕູໄດ້ຈາກ ໂອລີວີເຢ່ ຊີຣູ ນາທີ 44′ ກາຍເປັນປະຕູທີ 52 ໃນນາມທີມຊາດຂອງສູນໜ້າ ໄວ 36 ປີ ສ້າງສະຖິຕິເປັນດາວຍິງສູງສຸດຂອງທີມຊາດຝຣັ່ງ ທຳລາຍສະຖິຕິຂອງ ເທ່ຍຣີ້ ອ໋ອງຣີ ທີ່ສ້າງໄວ້ 51 ປະຕູ ໃນປີ 2009. ໂປໂລຍ ໄດ້ປະຕູປອບໃຈຈາກການສັງຫານຈຸດໂທດຂອງ ໂຣເບີດ ເລວານດັອຟສະກີ້ ນາທີ 90+9′.
ຝຣັ່ງ ເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທີ 8 ແລະ ເປັນຄັ້ງທີ 3 ຕິດຕໍ່ກັນ ໄປພົບກັບ ທີມຊາດອັງກິດ ທີ່ຊະນະ ທີມຊາດເຊເນການ 3-0 ຈະແຂ່ງຂັນວັນທີ 10 ທັນວານີ້.
Photo: FIFA World Cup