ກະຊວງ ຖວທ ຈັດກິດຈະກຳກິລາມິດຕະພາບລະຫວ່າງສື່ມວນຊົນ ເພື່ອສະຫລອງວັນສຳຄັນຕ່າງໆຂອງຊາດ

ວັນທີ 1 ທັນວາ 2022, ທີ່ເດີ່ນກິລາໂທລະພາບແຫ່ງຊາດລາວ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກິດຈະກຳກິລາມິດຕະພາບລະຫວ່າງສື່ມວນຊົນ ເພື່ອສະຫລອງວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ, ວັນສ້າງຕັ້ງໂທລະພາບແຫ່ງຊາດ 1 ທັນວາ ຄົບຮອບ 39 ປີ ແລະ ວັນສື່ມວນຊົນແຫ່ງຊາດ 13 ສິງຫາ ຄົບຮອບ 72 ປີ ທັງເປັນການພົບປະສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານນັກຮົບສື່ມວນຊົນດ້ວຍກັນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ເພື່ອສຸຂະພາບ.

ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສວນສະຫວັນ ວິຍາເກດ ລມຕ ຖວທ, ພ້ອມດ້ວຍຄະນະ, ມີຜູ້ອຳນວຍການ, ຫົວໜ້າຄະນະບັນນາທິການສື່ມວນຊົນ ແລະ ນັກຂ່າວສື່ມວນຊົນແຕ່ລະພາກສ່ວນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ກິດຈະກຳກິລາມິດຕະພາບຄັ້ງນີ້ ມີກິລາບານເຕະຊາຍ ເປັນທີມປະສົມລະຫວ່າງສື່ສິ່ງພິມ ແລະ ສື່ເອເລັກໂຕນິກ (ວິທະຍຸ-ໂທລະພາບ) ແລະ ກິລາເປຕັງ ທີມຍິງ ທີມຊາຍ ຂອງແຕ່ລະອົງການສື່ມວນຊົນເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ໄດ້ທັງມິດຕະພາບ, ສຸຂະພາບທີ່ດີ ແລະ ຄວາມສາມັກຄີ ພ້ອມກັນສືບຕໍ່ສ້າງຜົນງານ ພັດທະນາວຽກງານວິຊາສະເພາະຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄຸນນະພາບ, ວ່ອງໄວ ແລະ ທັນສະໄໝ.

Leave a Reply

Your email address will not be published. Required fields are marked *