ທີມຊາດລາວ ຈັບສະຫລາກຢູ່ກຸ່ມ B ຮ່ວມກັບ ຫວຽດນາມ ແລະ ມາເລເຊຍ ເຕະບານຊາຍ ຊິງແຊ້ມອາຊຽນ 2022

ຜົນຈັບສະຫລາກການແຂ່ງຂັນເຕະບານຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022 ປະກົດວ່າ: ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ ແຊ້ມ 2 ສະໄໝ, ມາເລເຊຍ ແຊ້ມ 1 ສະໄໝ, ສິງກະໂປ ແຊ້ມ 4 ສະໄໝ ແລະ ມຽນມາ.

ຂະນະທີ່ ກຸ່ມ A ປະກອບມີ: ໄທ ແຊ້ມເກົ່າ ທັງເປັນແຊ້ມສູງສຸດ 6 ສະໄໝ, ອິນໂດເນເຊຍ ຮອງແຊ້ມຄັ້ງຜ່ານມາ, ຟີລິບປິນ, ກຳປູເຈຍ ແລະ ອີກໜຶ່ງທີມຈາກຮອບເພອັອຟ ລະຫວ່າງ ຕີມໍເລັສເຕ້ ແລະ ບຣູໄນ.

ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 23 ທັນວາ 2022 – 15 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍ ຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ, ສ່ວນຮອບເພອັອຟເພື່ອຊິງເຂົ້າຮອບແບ່ງກຸ່ມ ລະຫວ່າງ ຕີມໍເລັສເຕ້ ແລະ ບຣູໄນ ແຂ່ງສອງນັດໄປ-ກັບ ເພື່ອຄັດເອົາໜຶ່ງທີມເຂົ້າຮອບແບ່ງກຸ່ມຕໍ່ໄປ.

ທີມຊາດລາວ ເຂົ້າຮ່ວມ 12 ຄັ້ງກ່ອນໜ້ານີ້ ຍັງບໍ່ສາມາດຜ່ານເຂົ້າເຖິງຮອບ 4 ທີມສຸດທ້າຍ ລົງຫລິ້ນ 41 ນັດ ຊະນະ 2 ສະເໝີ 5 ເສຍ 34 ຍິງໄດ້ 30 ປະຕູ ເສຍ 155 ປະຕູ, ຄັ້ງນີ້ ເປັນອີກໜຶ່ງຄັ້ງທີ່ທ້າທາຍຂອງທີມຊາດລາວ ເພື່ອສູ້ຊົນເຮັດຜົນງານໃຫ້ດີທີ່ສຸດ ແລະ ມີຜົນງານທີ່ດີຂຶ້ນ.

Photo: AFF Mitsubishi Electric Cup

Leave a Reply

Your email address will not be published. Required fields are marked *