ກິລາໜ້າເກັກ ແຂວງຈຳປາສັກ ວາງເປົ້າໝາຍໃຫ້ໄດ້ 2 ຫຼຽນຄຳ ຊຽງຂວາງເກມ!

ງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ທ້າຍປີນີ້ ກິລາໜ້າເກັກ ແຂວງຈຳປາສັກ ວາງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ 2 ຫລຽນຄຳ, ທ່ານ ແກ້ວວຽງຄອນ ອິນທະວົງ ຄູຝຶກກິລາໜ້າເກັກແຂວງຈໍາປາສັກ ໃຫ້ຮູ້ວ່າ: ນັກກິລາໜ້າເກັກແຂວງຈຳປາສັກ ມີຈຳນວນ 4 ຄົນ ແລະ ຄູຝຶກ 2 ຄົນ ລວມ 6 ຄົນ ເຊິ່ງນັບຕັ້ງແຕ່ເດີນທາງມາຮອດແຂວງຊຽງຂວາງ ກໍໄດ້ເອົາໃຈໃສ່ຝຶກຊ້ອມເປັນຢ່າງດີ ທີ່ໂຮງຮຽນໜອງຢອນ ເມືອງແປກ ແຂວງຊຽງຂວາງຄື: ນາງ ລຳພູ ອາດມີໄຊ, ນາງ ຫັດສະດີ ຮອງຍານຄຳ, ນາງ ແກ້ວດວງໃຈ ວົງນະລາດ ແລະ ນາງ ສີສຸພັນ ແກ້ວບົວພາ.

ສຳລັບ 2 ຫລຽນຄຳຄາດຫວັງໃນຄັ້ງນີ້ ແມ່ນຈະໃຫ້ໄດ້ຈາກ ປະເພດຍິງດ່ຽວ 10 ແມັດ ແລະ 15 ແມັດ ຈາກນາງ ນາງ ລຳພູ ອາດມີໄຊ ເຈົ້າຂອງຫລຽນຄຳຄັ້ງຜ່ານມາ ທີ່ແຂວງອຸດົມໄຊ.

ສ່ວນ ນາງ ລຳພູ ອາດມີໄຊ ນັກກິລາຄວາມຫວັງຫລຽນຄຳແຂວງຈຳປາສັກ ກໍໃຫ້ສຳພາດວ່າ: ຈະພະຍາຍາມຝຶກຊ້ອມ ໃຫ້ຕໍ່ເນຶ່ອງ ແລະ ເຂົ້າແຂ່ງຂັນຢ່າງສຸດຄວາມສາມາດ ເພື່ອຮັກສາແຊ້ມ ແລະ ໂອກາດນີ້ ຍັງໄດ້ເຊີນຊວນໃຫ້ຊາວແຂວງຈຳປາສັກສົ່ງແຮງໃຈມາຊົມ ມາເຊຍເພື່ອເປັນກຳລັງໃຈໃຫ້ກິລາໜ້າເກັກຂອງແຂວງຈຳປາສັກໃນການຊີງໄຊຫລຽນຄຳໃຫ້ໄດ້ຕາມຄາດໝາຍ.

Leave a Reply

Your email address will not be published. Required fields are marked *