ກະຊວງໂຍທາທິການ ແລະ ຂົນສົ່ງ ຈັດກິດຈະກຳເຕະບານມິດຕະພາບ ເພື່ອສະຫຼອງວັນຊາດ ຄົບຮອບ 47 ປີ

ວັນທີ 30 ພະຈິກຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກິດຈະກຳເຕະບານມິດຕະພາບ ເພື່ອຄຳນັບຮັບຕ້ອນ ແລະ ສະເຫລີມສະຫລອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ຊິງຂັນລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ປະຈຳປີ 2022 ທີ່ສະໜາມກິລາເຈົ້າອານຸວົງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັນ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະນຳຂອງກະຊວງ, ລັດວິສາຫະກິດທີ່ຂຶ້ນກັບກະຊວງ ແລະ ພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.

ກິດຈະກຳເຕະບານມິດຕະພາບຄັ້ງນີ້ ເພື່ອເປັນການຄຳນັບຮັບຕ້ອນ ແລະ ສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ລະນຶກວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ທັງເປັນການສ້າງຄວາມສາມັກຄີຂອງພະນັກງານ-ລັດຖະກອນພາຍໃນກະຊວງ ຍທຂ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ແລະ ເພື່ອສຸຂະພາບທີ່ດີ.

ສຳລັບການແຂ່ງຂັນຮອບຊິງຊະນະເລີດ: ທີມກົມເຄຫາ ແລະ ຜັງເມືອງ ບວກກັບ ກົມນ້ຳປະປາ ແລະ ສະຖາບັນໂຍທາທິການ ແລະ ຂົນສົ່ງ ໄດ້ຮັບເງິນລາງວັນ 3.000.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ ທີສອງ ກົມຂົວທາງ ຮ່ວມກັບ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ໄດ້ຮັບເງິນລາງວັນ 2.000.000 ກີບ ສ່ວນລາງວັນນັກເຕະຫຼາຍປະຕູຫລາຍສຸດໄດ້ແກ່ ສະຫາຍ ຄຳແສນ ສີວົງໄຊ ຈາກກົມຂົວທາງ ຮ່ວມກັບ ລັດວິສາຫະກິດ ກໍ່ສ້າງທາງເລກ ຍິງໄດ້ 11 ປະຕູ.

Leave a Reply

Your email address will not be published. Required fields are marked *