ອົດສະຕຣາລີ ຕົວແທນຈາກອາຊີ ຊະນະ ທີມຊາດເດັນມາກ 1-0 ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ ເປັນຄັ້ງທີ 2 ໃນຮອບ 16 ປີ

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ D ນັດທີ 3 ຫລື ນັດສຸດທ້າຍ ວັນທີ 30 ພະຈິກຜ່ານມາ, ທັບຈິງໂຈ້ ທີມຊາດອົດສະຕຣາລີ ຕົວແທນຈາກອາຊີ ຊະນະ ທີມຊາດເດັນມາກ 1-0 ຈາກປະຕູໄຊຂອງ ແມັດທິວ ເລັກກີ້ ນາທີ 60‘ ທັບຈິງໂຈ້ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ ເປັນຄັ້ງທີ 2 ໃນຮອບ 16 ປີ ຕໍ່ຈາກປີ 2006. ຂະນະທີ່ ທີມຊາດຝຣັ່ງ ແຊ້ມເກົ່າ ທີ່ເຂົ້າຮອບໄປກ່ອນໜ້ານີ້ ຈັດທັບສຳຮອງ ເສຍໃຫ້ ທີມຊາດຕູນີເຊຍ 0-1.
ກຸ່ມ D ຈົບ 3 ນັດ: ຝຣັ່ງ ແລະ ອົດສະຕຣາລີ ມີ 6 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍ ຝຣັ່ງ ດີກວ່າ ໄດ້ທີ 1 ຂອງກຸ່ມ, ອົດສະຕຣາລີ ທີ 2 ເຂົ້າຮອບ 16 ທີມສຸດທ້າຍທັງສອງທີມ, ສ່ວນ ຕູນີເຊຍ ມີ 4 ຄະແນນ, ເດັນມາກ ມີ 1 ຄະແນນ ຕົກຮອບ.
ຮອບ 16 ທີມສຸດທ້າຍ: ອາເຈນຕິນ້າ ພົບ ອົດສະຕຣາລີ ຈະແຂ່ງຂັນວັນທີ 3 ທັນວາ ແລະ ຝຣັ່ງ ພົບ ໂປແລນ ຈະແຂ່ງຂັນວັນທີ 4 ທັນວານີ້.
Photo: FIFA World Cup

Leave a Reply

Your email address will not be published. Required fields are marked *