ເມັສຊີ້ ພາດຈຸດໂທດ! ແຕ່ ອາເຈນຕິນ້າ ຊະນະ ໂປແລນ ກອດຄໍກັນ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ C ນັດທີ 3 ຫລື ນັດສຸດທ້າຍ ວັນທີ 30 ພະຈິກຜ່ານມາ, ທັບຟ້າຂາວ ທີມຊາດອາເຈນຕິນ້າ (ອາກຊັງຕິນ) ໜຶ່ງໃນຕົວເຕັງແຊ້ມຄັ້ງນີ້ ສາມາດຄວ້າໄຊຊະນະເໜືອ ທີມຊາດໂປແລນ 2-0 ເຖິງວ່າເຄິ່ງເວລາທຳອິດກັບຕັນທີມ ລີໂອເນວ ເມັສຊີ້ ສັງຫານຈຸດໂທດແຕ່ບໍ່ຜ່ານມາມືຂອງ ເຊັສນີ້. ແຕ່ເຄິ່ງຫລັງ ອາກຊັງຕິນ ໄດ້ປະຕູໄວຈາກ ແມັກ ອາລິສເຕີ ນາທີ 46‘ ແລະ ຢູລຽນ ອາວວາເຣັຊ ນາທີ 67‘. ຂະນະທີ່ ທັບຈັງໂກ້ ທີມຊາດເມັກຊິໂກ້ ເອົາຊະນະ ແຫລວມໍລະກົດແຫ່ງອາຊີ ທີມຊາດຊາອຸດິອາຣາເບຍ 2-1.
ກຸ່ມນີ້ ຈົບ 3 ນັດ: ອາເຈນຕິນ້າ ມີ 6 ຄະແນນ ຄວ້າອັນດັບ 1 ຂອງກຸ່ມ, ໂປແລນ ແລະ ເມັກຊິໂກ້ ມີ 4 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍ ໂປແລນ ດີກວ່າ 1 ໜ່ວຍ ໂປແລນ ໄດ້ທີ 2 ຂອງກຸ່ມ ເຂົ້າຮອບ 16 ທີມສຸດທ້າຍ ຕາມຫລັງ ອາເຈນຕິນ້າ, ສ່ວນ ເມັກຊິໂກ້ ຕົກຮອບຢ່າງໜ້າເສຍດາຍ, ຂະນະທີ່ ຊາອຸ ມີ 3 ຄະແນນ ກໍຕົກຮອບ.
ຮອບ 16 ທີມສຸດທ້າຍ: ອາເຈນຕິນ້າ ພົບ ອົດສະຕຣາລີ ຈະແຂ່ງຂັນວັນທີ 3 ທັນວາ ແລະ ຝຣັ່ງ ພົບ ໂປແລນ ຈະແຂ່ງຂັນວັນທີ 4 ທັນວານີ້.
Photo: FIFA World Cup

Leave a Reply

Your email address will not be published. Required fields are marked *