ແຂວງຈຳປາສັກ ຕັ້ງເປົ້າ 29 ຫລຽນຄຳ ກິລາແຫ່ງຊາດ ຄັ້ງທີ 11

ດິນແດນເອກະລັກວັດພູ ແຂວງຈຳປາສັກ 1 ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ ຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 29 ຫລຽນຄຳ ໃນງານຊຽງຂວາງເກມ 2022 ທ່ານ ໄພວອນ ຜາບຸນມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ໃຫ້ຮູ້ວ່າ: ກິລາແຫ່ງຊາດຄັ້ງນີ້ ແຂວງຈຳປາສັກ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 339 ຄົນ, ສະເພາະນັກກິລາ 188 ຄົນ, ຍິງ 76 ຄົນ ໃນ 20 ປະເພດກິລາ ຈາກທັງໝົດ 25 ປະເພດກິລາ ທີ່ເຈົ້າພາບບັນຈຸແຂ່ງຂັນ ວາງຄາດໝາຍຈະສູ້ຊົນຍາດໃຫ້ໄດ້ 29 ຫລຽນຄຳ, 25 ຫລຽນເງິນ ແລະ 25 ຫຼຽນທອງ.
ສໍາລັບ 20 ປະເພດກິລາທີ່ແຂວງຈຳປາສັກ ສົ່ງເຂົ້າແຂ່ງຂັນປະກອບມີ: ເຕະບານ, ແລ່ນ-ລານ, ລອຍນໍ້າ, ມວຍລາວ, ມວຍສາກົນ, ວູຊູ, ເທຄວັນໂດ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ບານບ້ວງ, ໜ້າເກັກ, ໝາກຂ່າງ, ໝາກເສິກ, ກະຕໍ້, ໝາກແລ້, ເທັນນິດ, ປິ່ງປ່ອງ, ເປຕັງ, ມວຍປໍ້າ, ກັອບ, ດອກປີກໄກ່ ແລະ ລົດຖີບ.
ເຊິ່ງຄະນະນັກກິລາແຂວງຈໍາປາສັກ ຊຸດທີ 1 ປະກອບມີ ປະເພດກິລາໝາກເສິກ, ເທຄວັນໂດ, ໜ້າເກັກ, ມວຍປໍ້າ ແລະ ກິລາແລ່ນ-ລານ ເດີນທາງຮອດແຂວງຊຽງຂວາງ ເຈົ້າພາບແລ້ວ ໂດຍໄດ້ຮັບການຕ້ອນຮັບຈາກແຂວງເຈົ້າພາບຢ່າງອົບອຸ່ນ.
ໂດຍ: ຈັນທະວີສັກ (ແຂວງຈຳປາສັກ)

Leave a Reply

Your email address will not be published. Required fields are marked *