ກຸ່ມຜູ້ຜະລິດກະສິກຳອິນຊີ ເມືອງແປກ ດີໃຈຈະໄດ້ປະກອບສ່ວນສະໜອງພືດຜັກໃຫ້ແກ່ ງານກິລາແຫ່ງຊາດ ຄັ້ງທີ 11

ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ນັບແຕ່ວັນທີ 1-22 ທັນວາ 2022 ນີ້, ກຸ່ມຜູ້ຜະລິດຜືດຜັກກະສິກຳອິນຊີ ເມືອງແປກ ໜຶ່ງໃນເມືອງເຈົ້າພາບ ສະແດງຄວາມຮູ້ສຶກດີໃຈ ແລະ ພູມໃຈ ທີ່ຈະໄດ້ປະກອບສ່ວນສະໜອງພືດຜັກປອດສານພິດ ໃຫ້ແກ່ງານກິລາແຫ່ງຊາດຄັ້ງນີ້.

ທ່ານ ນາງ ບົວຈັນ ເຮືອງວິໄລ ຕາງໜ້າສະຫະກອນກຸ່ມຜູ້ຜະລິດກະສິກຳອິນຊີ ເມືອງແປກ ແຂວງຊຽງຂວາງ ໄດ້ໃຫ້ຮູ້ວ່າ: ໃນໂອກາດທີ່ແຂວງຂຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ລວມທັງງານສະເຫລີມສະຫລອງທົ່ງໄຫຫີນ ເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ, ການສະເຫລີມສະຫລອງພະເຈົ້າອົງຫລວງປາງປະທານພອນ ແລະ ບຸນກິນຈຽງ ພີ່ນ້ອງເຜົ່າມົ້ງ ໃນທ້າຍປີນີ້ ສະຫະກອນກຸ່ມຜູ້ຜະລິດກະສິກຳອິນຊີ ເມືອງແປກ ແມ່ນສຸດທີ່ດີໃຈທີ່ມີສ່ວນຮ່ວມໃນການຮັບໃຊ້ບັນດາງານສຳຄັນຄັ້ງນີ້ ແລະ ມີຄວາມພ້ອມແລ້ວ ທີ່ຈະເພີ່ມກຳລັງການຜະລິດ ເພື່ອສະໜອງພຶດຜັກອິນຊີປອດສານເຄມີໃຫ້ແກ່ແຂກນັກທ່ອງທ່ຽວ ແລະ ຄະນະນັກກິລາທີ່ຈະມາຮ່ວມງານຊຽງຂວາງເກມເທື່ອນີ້.

ຍ້ອນໄດ້ຮັບການຊີ້ນຳ-ນຳພາ ແລະ ຊຸກຍູ້ສະໜັບສະໜູນຢ່າງໃກ້ຊິດຈາກພາກລັດ ກໍຄືພະແນກກະສິກຳ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງແປກ ແຂວງຊຽງຂວາງ ຈຶ່ງເຮັດໃຫ້ຊາວກະສິກອນຜູ້ຜະລິດພືດຜັກອິນຊີ ຮູ້ຈັກເຕັກນິກ, ວິທີການປູກ, ການບົວລະບັດຮັກສາ, ການເຮັດຝຸ່ນ ທີ່ບໍ່ນຳໃຊ້ສານເຄມີ, ບໍ່ນຳໃຊ້ຢາປາບສັດຕູພືດ ເພື່ອຄຳນຶງເຖິງສຸຂະພາບຜູ້ຜະລິດ ແລະ ຜູ້ບໍລິໂພກ ລວມທັງບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສິ່ງມີຊີວິດອື່ນໆ.

ປະຈຸບັນ ​ກຸ່ມຜະລິດກະສິກຳອິນຊີ​ ເມືອງແປກ ແມ່ນມີ 90 ກວ່າຄອບຄົວ, ມີພະນັກງານຊີ້ນຳສະຫະກອນ 2 ທ່ານ, ຄະນະບໍລິຫານ 7 ທ່ານ ເປັນແມ່ຍິງທັງໝົດ.

ປະຈຸບັນ ຜືດຜັກກະສິກຳອິນຊີປອດສານເຄມີ ໄດ້ຮັບຄວາມນິຍົມຫລາຍຂຶ້ນເລື້ອຍໆ ກວມຫລາຍກວ່າ 30% ຍ້ອນມີຜົນປະໂຫຍດຕໍ່ຮ່າງກາຍ ເຮັດໃຫ້ສຸຂະພາບດີ ທາງພາກລັດຈຶ່ງໄດ້ຈັດສັນບ່ອນຈຳໜ່າຍໃຫ້ແກ່ສະຫະກອນກຸ່ມຜູ້ຜະລິດກະສິກຳອິນຊີ​ ໂດຍໃຫ້ວາງຂາຍຢູ່ຕະຫລາດ ສີບຸນເຮືອງ ເທດສະບານ​ເມືອງແປກ​ ໃນວັນພຸດ ແລະ ວັນເສົາ ແລະ ໃນໄລຍະການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ລະຫວ່າງວັນທີ 13-22 ທັນວາ 2022 ນີ້ ທາງກຸ່ມຜູ້ຜະລິດກະສິກຳອິນຊີ ຈະນຳເອົາຜືດຜັກປອດສານພິດມາວາງຂາຍຕະຫລອດງານ.

Leave a Reply

Your email address will not be published. Required fields are marked *