ນັກກິລາປິ່ງປ່ອງເຍົາວະຊົນ-ໄວໜຸ່ມລາວ ສາມາດຍາດໄດ້ 1 ຫລຽນຄຳ 2 ຫລຽນເງິນ 3 ຫລຽນທອງ ການແຂ່ງຂັນກິລາປິງປ່ອງ ລາຍການ ອຸດອນທານີ ໂອເພັນ 2022 ໃນວັນທີ 26-27 ພະຈິກຜ່ານມາ.
ນັກກິລາປິ່ງປ່ອງເຍົາວະຊົນ-ໄວໜຸ່ມລາວ ຊຸດນີ້ ມາຈາກສູນພັດທະນານັກກິລາປິ່ງປ່ອງ ດາລາວອນ ຫລື Dalavone Table Tennis Academy ລວມນັກກິລາທັງໝົດ 10 ຄົນ ນຳຄະນະໂດຍ ອາຈານ ສິລິສຸກ ມະນີຈັນ ແລະ ອາຈານ ສຸລິຍັນ ມະນີຈັນ.
ນັກກິລາຊຸດນີ້ ຍາດໄດ້ 1 ຫລຽນຄຳ ຈາກ: ທ້າວ ໄຊຊະນະ ມະນີຈັນ ປະເພດຊາຍດ່ຽວ ຮຸ່ນອາຍຸ 15 ປີ ແລະ ໄດ້ຫລຽນເງິນ ຮຸ່ນອາຍຸບໍ່ເກີນ 13 ປີ. ອີກໜຶ່ງຫລຽນເງິນ ໄດ້ຈາກ: ທ້າວ ຫລາວຄຳ ມະນີຈັນ ປະເພດຊາຍດ່ຽວ ຮຸ່ນອາຍຸ 18 ປີ ແລະ 3 ຫລຽນທອງ ໄດ້ຈາກ: ນາງ ນໍ້າທິບ ຮຸ່ນອາຍຸ 18 ປີ, ນາງ ຊັນຊັນ ຮຸ່ນອາຍຸ 11 ປີ ແລະ ທ້າວ ຄຳປະເສີດ ຮຸ່ນອາຍຸ 11 ປີ.
Info & Photo: Dalavone Table Tennis Academy