ອັງກິດ ແລະ ອາເມຣິກາ ມີໄຊ! ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ B ນັດທີ 3 ຫລື ນັດສຸດທ້າຍ ວັນທີ 29 ພະຈິກຜ່ານມາ, ທັບສາມພະຍາສິງ ທີມຊາດອັງກິດ ປາບ ທີມຊາດເວວ ຕາມຄາດ 3-0 ໄດ້ປະຕູໃນເຄິ່ງຫລັງຈາກ: ມາຣຄັສ ຣາຊຟອດ ສອງປະຕູນາທີ 50, 68‘ ແລະ ຟິວ ໂຟເດັ້ນ ນາທີ 51.

+ ອັງກິດ ຊະນະ ເວວ 7 ນັດລວດ ແລະ ຍັງບໍ່ເສຍໃຫ້ ເວວ 12 ນັດຫລັງສຸດທີ່ພົບກັນ ຊະນະ 11 ສະເໝີ 1.

ອີກຄູ່ໜຶ່ງໃນກຸ່ມດຽວກັນ ທີມຊາດສະຫະລັດ ອາເມຣິກາ ຊະນະ ທີມຊາດອີຣານ ແບບຫວຸດວິດ 1-0 ໄດ້ປະຕູໄຊຂອງ ຄຣິສຕຽນ ປູລີຊິກ ນາທີ 38. ກຸ່ມນີ້ ຈົບ 3 ນັດ: ທີມຊາດອັງກິດ ມີ 7 ຄະແນນ ເປັນທີໜຶ່ງຂອງກຸ່ມ, ອາເມຣິກາ ມີ 4 ຄະແນນ ໄດ້ອັນດັບສອງຂອງກຸ່ມ ທັງສອງທີມເຂົ້າສູ່ຮອບ 16 ທີມສຸດທ້າຍຕໍ່ໄປ, ສ່ວນ ອີຣານ ມີ 3 ຄະແນນ ແລະ ເວວ ມີ 1 ຄະແນນຕົກຮອບ.

ຮອບ 16 ທີມສຸດທ້າຍ: ອັງກິດ ພົບ ເຊເນການ ຈະແຂ່ງຂັນວັນທີ 4 ທັນວານີ້ ແລະ ໂຮນລັງ ພົບ ອາເມຣິກາ ຈະແຂ່ງຂັນວັນທີ 3 ທັນວານີ້.

ສຳລັບມື້ນີ້ ເປັນນັດສຸດທ້າຍຂອງກຸ່ມ C ແລະ D, ກຸ່ມ C ໂປໂລຍ ພົບ ອາກຊັງຕິນ, ຊາອຸດິອາຣາເບຍ ພົບ ເມັກຊິໂກ້ ແຂ່ງພ້ອມກັນ ເວລາ: 2:00, ກຸ່ມ D ຕູນີຊີ້ ພົບ ຝຣັ່ງ ແລະ ອົດສະຕຣາລີ ພົບ ເດັນມາກ ແຂ່ງພ້ອມກັນ ເວລາ: 22:00.

Photo: FIFA World Cup

Leave a Reply

Your email address will not be published. Required fields are marked *