ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ A ນັດທີ 3 ຫລື ນັດສຸດທ້າຍ ວັນທີ 29 ພະຈິກຜ່ານມາ, ເຈົ້າພາບ ກາຕ້າ ສ້າງອີກໜຶ່ງປະຫວັດສາດທີ່ບໍ່ຢາກຈົດຈຳ ເສຍ 3 ນັດລວດ ໂດຍເສຍໃຫ້ ທີມຊາດເນເທີແລນ (ໂຮນລັງ) ຮອງແຊ້ມ 3 ສະໄໝ 0-2 ໂຮນລັງ ໄດ້ປະຕູຈາກ: ໂຄດີ້ ເກັກໂປ ນາທີ 26‘ ຍິງສາມນັດຕິດຕໍ່ກັນ ແລະ ແຟງກີ້ ເດຢ໋ອງ ນາທີ 49‘. ກ່ອນໜ້ານີ້ ເຈົ້າພາບ ກາຕ້າ ສ້າງປະຫວັດສາດ ເສຍນັດເປີດສະໜາມ ແລະ ຕົກຮອບໄວທີ່ສຸດ.
ຜົນອີກຄູ່ໜຶ່ງໃນກຸ່ມດຽວກັນ ທີມຊາດເຊເນການ ແຊ້ມທະວີບອາຟຣິກາ ຊະນະ ທີມຊາດເອກວາດໍຣ ແບບຫວຸດວິດ 2-1. ກຸ່ມນີ້ ຈົບ 3 ນັດ: ທີມຊາດໂຮນລັງ ມີ 7 ຄະແນນ ເປັນທີໜຶ່ງຂອງກຸ່ມ, ເຊເນການ ມີ 6 ຄະແນນ ໄດ້ອັນດັບສອງຂອງກຸ່ມ ທັງສອງທີມເຂົ້າສູ່ຮອບ 16 ທີມສຸດທ້າຍຕໍ່ໄປ, ຂະນະທີ່ ເອກວາດໍຣ ມີ 4 ຄະແນນ ແລະ ເຈົ້າພາບ ກາຕ້າ ບໍ່ມີຄະແນນ ຕົກຮອບ.
Photo: FIFA World Cup