ກະສິກຳອິນຊີ ເມືອງແປກ ພ້ອມສະໜອງພືດຜັກ ຮອງຮັບໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ 11

ເພື່ອເປັນການຮອງຮັບດ້ານພືດພັນທັນຍາຫານໃຫ້ແກ່ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃນທ້າຍປີນີ້ ທາງພະແນກກະສິກຳ ແລະ ປ້າໄມ້ ແຂວງຂຽງຂວາງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ ເມືອງແປກ ໄດ້ຫ້າງຫາກະກຽມທຳການປູກພືດຜັກຊະນິດຕ່າງໆເພີ່ມຂຶ້ນ ໂດຍສະເພາະພືດຜັກອິນຊີປອດສານພິດ ເພື່ອສະໜອງໃຫ້ແກ່ບັນດາໂຮງແຮມ, ຮ້ານອາຫານ ໃນການຕ້ອນຮັບແຂກນັກທ່ອງທ່ຽວ ແລະ ຄະນະນັກກິລາໃນທົ່ວປະເທດ ທີ່ຈະມາຮ່ວມງານຊຽງຂວາງເກມ 2022.

ທ່ານ ບຸນເລີດ ກົມມະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງແປກ ແຂວງຊຽງຂວາງ ຜູ້ຊີ້ນຳວຽກງານປູກຝັງໂດຍກົງ ໃຫ້ຮູ້ວ່າ: ປະຈຸບັນ ພາຍໃນເມືອງແປກ ມີສະມາຊິກທີ່ຢູ່ໃນກຸ່ມຜະລິດກະສິກຳອິນຊີໄຮ້ສານເຄມີ ລວມ 165 ຄອບຄົວ ສາມາດຜະລິດໄດ້ຫລາຍຮ້ອຍກິໂລຕໍ່ວັນ, ໃນໄລຍະແຂວງຊຽງຂວາງ ເປັນເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ໄດ້ແນະນຳໃຫ້ຊາວກະສິກອນ ເພີ່ມການຜະລິດ ເຊິ່ງມີຄວາມເຊື່ອໝັ້ນວ່າ: ສາມາດຜະລິດຜັກອິນຊີປອດສານພິດພຽງພໍກັບຄວາມຕ້ອງການ ໂດຍທາງຄະນະຮັບຜິດຊອບໄດ້ປະເມີນວ່າ: ອາດມີຜູ້ບໍລິໂພກປະມານ 1 ໝື່ນຄົນຕໍ່ວັນ ກວມ 30% ຂອງຜູ້ບໍລິໂພກຕໍ່ວັນ.

ທ່ານ ບຸນເລີດ ກົມມະຈັນ ໃຫ້ຮູ້ຕື່ມວ່າ: ກຸ່ມຜະລິດກະສິກຳອິນຊີໄຮ້ສານເຄມີ ທີ່ແຂວງຊຽງຂວາງ ມີມາແຕ່ປີ 2009 ສາມາດຜະລິດພືດຜັກປອດສານພິດ ທັງພັນພື້ນເມືອງ ແລະ ທົ່ວໄປ ເກືອບ 100 ຊະນິດ ແລະ ມີສະມາຊິກເພີ່ມຂຶ້ນເລື້ອຍໆ ເຊິ່ງຄະນະຮັບຜິດຊອບ ນອກຈາກໄດ້ອົບຮົມໃຫ້ຄວາມຮູ້ດ້ານເຕັກນິກວິຊາການ ຍັງສະໜອງແນວພັນພືດໃຫ້ແກ່ຊາວກະສິກອນ ແລະ ໄດ້ແນະນຳໃຫ້ເຂົາເຈົ້າເກັບຮັກສາແນວພັນຜັກພື້ນເມືອງ ເພື່ອຈຳໜ່າຍ ແລະ ເນັ້ນໜັກໃຫ້ຊາວກະສິກອນກຸ່ມຜູ້ຜະລິດ ຈົ່ງມີຈັນຍາບັນ, ຈັນຍາທຳ, ມີຄວາມສັດຊື່ ແລະ ມອບເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.

Leave a Reply

Your email address will not be published. Required fields are marked *