ວຽກງານໂຍທາທິການ ແລະ ຂົນສົ່ງ ເປັນອີກໜຶ່ງວຽກງານທີ່ສຳຄັນໃນການກຽມຄວາມພ້ອມ ອຳນວຍຄວາມສະດວກໃຫ້ແກ່ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເຈົ້າພາບ. ທ່ານ ຫົງຄຳ ພິມມະສານ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ ຫົວໜ້າກຳມະການຝ່າຍຂົນສົ່ງ ງານກິລາແຫ່ງຊາດຄັ້ງນີ້ ໃຫ້ຮູ້ວ່າ: ອານຸກຳມະການຝ່າຍຂົນສົ່ງຮັບໃຊ້ ຊຽງຂວາງເກມ 2022 ມີບຸກຄະລາກອນທັງໝົດ 23 ຄົນ, ແບ່ງອອກເປັນ 3 ອານຸກຳມະການຄື: ອານຸກຳມະການບໍລິຫານ, ອານຸກຳມະການພາຫະນະ-ຂົນສົ່ງ ແລະ ອານຸກຳມະການບ່ອນຈອດລົດ-ປ້າຍບອກສິດພາຫະນະ.
ທ່ານ ຫົງຄຳ ພິມມະສານ ໃຫ້ຮູ້ຕື່ມວ່າ: ໜ້າວຽກຫລັກຂອງອານຸກຳມະການຝ່າຍຂົນສົ່ງ ແມ່ນການຈັນສັນຜູ້ຂັບລົດ ແລະ ພາຫະນະຂົນສົ່ງຮັບໃຊ້ການນຳ, ເຈົ້າໜ້າທີ່, ນັກສະແດງ, ອຸປະກອນການສະແດງ ລວມທັງບຸກຄະລາກອນທີ່ຮັບໃຊ້ງານ ແລະ ຄະນະນັກກິລາທີ່ມາຮ່ວມແຂ່ງຂັນ ໂດຍມີລົດຮັບໃຊ້ທັງໝົດ 48 ຄັນ.
ສ່ວນສະຖານທີ່ຈອດລົດຢູ່ສະໜາມກິລາຕ່າງໆທີ່ຮອງຮັບໃຫ້ແກ່ການແຂ່ງຂັນ ສາມາດຮອງຮັບໄດ້ 1258 ຄັນ, ນອກຈາກນີ້ ກໍຈະຈັດສັນສະຖານທີ່ຈອດລົດບໍລິເວນອ້ອມແອ້ມສະໜາມຕື່ມ ເພື່ອໃຫ້ສາມາດຈອດລົດໄດ້ຕື່ມ ຄາດວ່າພຽງພໍ. ດ້ານຖະໜົນຫົນທາງສາຍຕ່າງໆ ເຊື່ອມຈອດເຂົ້າມາສູ່ແຂວງ ແລະ ສະໜາມແຂ່ງຂັນກິລາ ກໍໄດ້ທຳການບູລະນະສ້ອມແປງ ລວມໄປເຖິງເສັ້ນທາງໃນເທດສະບານເມືອງແປກ ເພື່ອອຳນວຍຄວາມສະດວກໃນການສັນຈອນ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.
Photo: ຂ່າວສານປະເທດລາວ & All in All